• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານາທິບໍດີອາເມລິກາຕອບຈົດໝາຍຂອງການນຳສປປ.ເກົາຫຼີ

      ວັນທີ 04 ສິງຫາ, ວົງການເຈົ້າໜ້າທີ່ອາເມລິກາ ໃຫ້ຮູ້ວ່າ ໄດ້ສົ່ງຈົດໝາຍຕອບກັບຂອງທ່ານປະທານາທິບໍດີອາເມລິກາ Donald Trump ທີ່ຝາກເຖິງການນຳສປປ.ເກົາຫຼີ Kim Jong un ແລ້ວ.

ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຟິລິບປິນ Sung Kim ໄດ້ມອບຈົດໝາຍໃຫ້ທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ
Ri Yong Ho ຢູ່ສິງກະໂປ .(ພາບປະກອບ: washingtonpost.com)
      ກ່າວຄຳເຫັນຕໍ່ວົງການນັກຂ່າວ, ໂຄສົກກະຊວງການຕ່າງປະເທດອາເມລິກາ Heather Nauert ໃຫ້ຮູ້ວ່າ, ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຟິລິບປິນ Sung Kim, ເຈົ້າໜ້າທີ່ສວມບົດບາດສຳຄັນໃນບັນດາການເຈລະຈາລະຫວ່າງວໍຊິງຕັນ ແລະ ພຽງຢາງ, ໄດ້ມອບຈົດໝາຍໃຫ້ທ່ານລັດຖະມົນຕີການຕ່າງປະເທດສປປ.ເກົາຫຼີ Ri Yong Ho ຢູ່ສິງກະໂປ ເພື່ອສົ່ງເຖິງການນຳ Kim Jong un.
        ກ່ອນໜ້ານັ້ນ, ວັນທີ 01 ສິງຫາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຮັບຈົດໝາຍຂອງການນຳສປປ.ເກົາຫຼີ Kim Jong un ຕື່ມອີກ. ເນື້ອໃນຂອງຈົດໝາຍດັ່ງກ່າວຍັງບໍ່ທັນໄດ້ປະກາດເທື່ອ.
 (ແຫຼ່ງຄັດຈາກ VOV)

 

ຮູບ​ເງົາ ຝົນ​ແດງ ແນະ​ນຳ​ທາງ​ໂທ​ລະ​ພາບ

ຮູບ​ເງົາ “ຝົນ​ແດງ” ແນະ​ນຳ​ທາງ​ໂທ​ລະ​ພາບ

ນີ້ແມ່ນຮູບເງົາກ່ຽວກັບຫົວຂໍ້ສົງຄາມປະຕິວັດ, ວາດພາບໄລຍະ 81 ວັນແລະຄືນຕໍ່ສູ້ກັບສັດຕູຢ່າງດຸເດືອນຢູ່ ກຳແພງເກົ່າ ກວ໋າງຈິໃນປີ 1972, ອີງຄາມຜົນງານຂອງນັກປະພັນ ຈຸລາຍ.

Top