• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມເວທີປາໄສນະໂຍບາຍການຕ່າງປະເທດ

ຕອນບ່າຍວັນທີ 5/8, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສນະໂຍບາຍການຕ່າງປະເທດ “ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ເຊື່ອມໂຍງຢ່າງສະໜິດແໜ້ນພ້ອມກັນສູ້ຊົນເພື່ອທະວີບອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍທີ່ຂະຫຍັນຂັນເຄື່ອນ,ກວມລວມ, ສັນຕິພາບ, ຮ່ວມມື ແລະ ພັດທະນາ”, ຢູ່ນະຄອນຫຼວງຈາກາຕາ, ປະເທດອິນໂດເນເຊຍ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວກ່າວຄຳເຫັນທີ່ເວທີປາໄສນະໂຍບາຍການຕ່າງປະເທດ

ກ່າວຄຳເຫັນກ່ຽວກັບສະພາບການຂອງພາກພື້ນອາຊີ - ປາຊີຟິກ ແລະ ມະຫາສະໝຸດອິນເດຍ, ກ່ຽວກັບສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ການຮ່ວມມືຫວຽດນາມ ແລະ ອິນໂດເນເຊຍໃນອາຊຽນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ:

“ເພື່ອປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ວັດທະນາຖາວອນ, ທຸກປະເທດຕ້ອງສົມທົບກັນສ້າງໂຄງປະກອບການຮ່ວມມືພາກພື້ນແບບກວມລວມ ແລະ ຍືນຍົງ, ເຊື່ອມຕໍ່ດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ ແລະ ວັດທະນະທຳ, ສັງຄົມ ແລະ ການພົວພັນແລກປ່ຽນປະຊາຊົນ. ເຊີດຊູການປະພຶດໂດຍອີງຕາມກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

  ແລກປ່ຽນກ່ຽວກັບອາຊຽນ, ທ່ານປະທານສະພາແຫ່ງຊາດຢືນຢັນວ່າ: ໃນສະພາບການປະຈຸບັນ, ອາຊຽນ ຕ້ອງກຳນົດທີ່ຕັ້ງຄືນໃໝ່, ສ້າງແນວຄວາມຄິດ, ປຸກລະດົມແຫຼ່ງກຳລັງໃຫ້ແກ່ການພັດທະນາປະຊາຄົມ,  “ອາຊຽນທີ່ມີຂອບຂະໜາດໃຫຍ່” ຕ້ອງຍຶດໝັ້ນຮັບປະກັນຫຼັກການເອກະລາດ, ເປັນເຈົ້າຕົນເອງ, ບໍ່ຍອມຮັບເລື່ອງອາຊຽນກາຍເປັນເຄື່ອງມືແກ່ບໍ່ວ່າການສູ້ຢັນກັນແລະການແບ່ງແຍກໃດໆ. 

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ M. Arsjad Rasjid P.M

ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາການຄ້າ ແລະ ອຸດສາຫະກຳ ອິນໂດເນເຊຍ M. Arsjad Rasjid P.M ຢູ່ນະຄອນຫຼວງ ຈາກາຕາ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ: ຈຳ​ນວ​ນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່​ມ​ຂຶ້ນ.

ທ່ານນາງ Delcy Rodriguez ​ປະ​ທາ​ນາ​ທິ​ບໍ​ດີ ຊົ່ວ​ຄາວ ເວ​ເນ​ຊູ​ເອ​ລາໄດ້​ລົງ​ກວດ​ກາ​ສະ​ພາບ​ຕົວ​ຈິງ ຢູ່ La Guaira ເຊິ່ງ​ແມ່ນ​ສະ​ຖານ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ ແລະ ໄດ້​ຮັບ​ການ​ປະ​ກາດ​ວ່າ​ແມ່ນ​ “ເຂດ​ວິ​ນາດ​ຕະ​ກຳ”.

Top