• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຈລະຈາກັບປະທານສະພາສູງ ສ. ແບນຊິກ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແຈ້ງໃຫ້ຊາບວ່າ ຫວຽດນາມ ຈະພິຈາລະນາເລື່ອງຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ ແບນຊິກ ແລະ ຫວັງວ່າ ສອງຝ່າຍຈະພິຈາລະນາສ້າງເງື່ອນໄຂໃຫ້ພົນລະເມືອງຂອງກັນກ່ຽວກັບບັນຫານີ້ເພື່ອຍູ້ແຮງການພົວພັນແລກປ່ຽນປະຊາຊົນ ກໍ່ຄືການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໂດຍໄວ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານນາງ ປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 21 -25 ສິງຫາ. ຕອນເຊົ້າວັນທີ 21 ສິງຫາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານພິທີຕ້ອນຮັບ ທ່ານນາງ ປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose ຢ່າງເປັນທາງການ. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການເຈລະຈາ.

ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແຈ້ງໃຫ້ຊາບວ່າ ຫວຽດນາມ ຈະພິຈາລະນາເລື່ອງຍົກເວັ້ນວີຊາໃຫ້ແກ່ພົນລະເມືອງ ແບນຊິກ ແລະ ຫວັງວ່າ ສອງຝ່າຍຈະພິຈາລະນາສ້າງເງື່ອນໄຂໃຫ້ພົນລະເມືອງຂອງກັນກ່ຽວກັບບັນຫານີ້ເພື່ອຍູ້ແຮງການພົວພັນແລກປ່ຽນປະຊາຊົນ ກໍ່ຄືການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນໂດຍໄວ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  ສະເໜີໃຫ້ ແບນຊິກ ສ້າງເງື່ອນໄຂສະດວກໃຫ້ແກ່ສິນຄ້າສົ່ງອອກຂອງ ຫວຽດນາມ ໄດ້ເຂົ້າເຖິງຕະຫຼາດແບນຊິກ ແລະ ສະຫະພາບເອີລົບ ໂດຍໄວ, ພິເສດແມ່ນສິນໃນນ້ຳ, ຜະລິດຕະພັນກະເສດຂອງ ຫວຽດນາມ ຄື: ເຂົ້າສານ, ກາເຟ, ເພີ່ມທະວີການຫັນປ່ຽນພະລັງງານແບບຍຸຕິທຳ, ຫັນເປັນດີຈີຕອນ; ພະລັງງານທົດແທນ, ການບໍລິການການເງິນ - ທະນາຄານ, logistics…

ສ່ວນ ທ່ານນາງ ປະທານສະພາສູງ ລາຊະອານາຈັກ ແບນຊິກ Stéphanie D’Hose ເຊື່ອໝັ້ນຕໍ່ຄວາມສາມັກຄີ ແລະ ນ້ຳໃຈມິດຕະພາບລະຫວ່າງສອງຝ່າຍ. ໃນຂົງເຂດເສດຖະກິດ, ທ່ານນາງປະທານສະພາສູງ ແບນຊິກ ປາດຖະໜາຢາກໃຫ້ ຫວຽດນາມ ຊຸກຍູ້ແກ້ໄຂເພື່ອສ້າງຄວາມສະດວກໃຫ້ການຜ່ານແດນ, ຜັນຂະຫຍາຍການຍົກເວັ້ນວີຊາເພື່ອໃຫ້ບັນດານັກລົງທຶນ, ວິສາຫະກິດ ແລະ ປະຊາຊົນ ແບນຊິກ ໄດ້ເຂົ້າ ຫວຽດນາມ ຢ່າງສະດວກສະບາຍກ່ວາ, ພ້ອມທັງເພື່ອຊຸກຍູ້ແຂກທ່ອງທ່ຽວເຂົ້າມາ ຫວຽດນາມ.

 

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

Top