• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ ແລະ ເຮັດວຽກກັບ ບໍລິສັດ Star Telecom

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ: Unitel ຈະສືບຕໍ່ເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງພະນັກງານ, ກຳມະກອນ ເພື່ອເສີມຂະຫຍາຍກຳລັງແຮງຂອງມະນຸດ, ເປັນປະຖົມປັດໄຈ ເພື່ອໃຫ້ການເຕີບໂຕ ແລະ ການພັດທະນາແບບຍືນຍົງ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກຢູ່ ບໍລິສັດ Star Telecom (Unitel) (ພາບ:Chiến Thắng/daibieunhandan.vn)
ຕອນເຊົ້າວັນທີ 7 ທັນວາ, ໃນຂອບເຂດການໄປປະຕິບັດງານ, ເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV), ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມບໍລິສັດ Star Telecom (Unitel), ກຸ່ມບໍລິສັດອຸດສາຫະກຳ - ຄົມມະນາຄົມກອງທັບ (Viettel). ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຫວັງວ່າ:  Unitel ຈະສືບຕໍ່ເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງພະນັກງານ, ກຳມະກອນ ເພື່ອເສີມຂະຫຍາຍກຳລັງແຮງຂອງມະນຸດ, ເປັນປະຖົມປັດໄຈ ເພື່ອໃຫ້ການເຕີບໂຕ ແລະ ການພັດທະນາແບບຍືນຍົງ; ສົມທົບການເຄື່ອນໄຫວດຳເນີນທຸລະກິດ ກັບການພົວພັນຕ່າງປະເທດດ້ານເສດຖະກິດ ແລະ ການປ້ອງກັນຊາດຢ່າງແໜ້ນແຟ້ນ; ມີສະຕິນອກຈາກໜ້າທີ່ດຳເນີນທຸລະກິດແລ້ວຍັງມີຄວາມຮັບຜິດຊອບເປັນຂົວເຊື່ອມຕໍ່ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ, ລັດຖະບານສອງປະເທດ.       ການເຄື່ອນໄຫວນີ້ກໍ່ໄດ້ເປັນການສິ້ນສຸດການໄປປະຕິບັດງານເຂົ້າຮ່ວມກອງປະຊຸມສຸດຍອດປະທານສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1, ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ກ່ອນທີ່ຈະອອກເດີນທາງຕໍ່ໄປຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top