• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມ, ເຮັດວຽກຢູ່ແຂວງ ບ່າເຣ້ຍ - ຫວູງເຕົ່າ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ໂຄງການກຸ່ມກັ່ນນ້ຳມັນຢູ່ພາກໃຕ້. ກຸ່ມກັ່ນນ້ຳມັນພາກໃຕ້ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ກຸມພາ 2018, ຢູ່ເຂດອຸດສາຫະກຳ ນ້ຳມັນອາຍແກັດ ລອງເຊີນ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ໂຄງການກຸ່ມກັ່ນນ້ຳມັນຢູ່ພາກໃຕ້ (ພາບ:VOV)

ຕອນບ່າຍວັນທີ 2 ມັງກອນນີ້, ຢູ່ແຂວງ ບ່າເຣ້ຍ - ຫວຸງເຕົ່າ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມີການເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງ ບາເຣ້ຍ - ຫວູງເຕົ່າ. ກ່າວຄຳເຫັນທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີແຂວງ ບ່າເຣ້ຍ - ຫວູງເຕົ່າ ເອົາໃຈໃສ່ເຮັດສຳເລັດແຜນຜັງແຂວງທີ່ໄດ້ຮັບການອະນຸມັດໄລຍະ 2021 – 2030, ມີວິໄສທັດຮອດປີ 2050, ມຸ່ງໄປເຖິງ 4 ເສົາຄ້ຳເສດຖະກິດຄື: ອຸດສາຫະກຳ, ທ່າເຮືອ ແລະ logistics , ການທ່ອງທ່ຽວ ແລະ ຕົວເມືອງ, ການບໍລິການ.

ກ່ອນໜ໊ານັ້ນ ໃນຕອນເຊົ້າວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ເຮັດວຽກຢູ່ໂຄງການກຸ່ມກັ່ນນ້ຳມັນຢູ່ພາກໃຕ້. ກຸ່ມກັ່ນນ້ຳມັນພາກໃຕ້ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ກຸມພາ 2018, ຢູ່ເຂດອຸດສາຫະກຳ ນ້ຳມັນອາຍແກັດ ລອງເຊີນ, ແຂວງ ບ່າເຣ້ຍ - ຫວູງເຕົ່າ. ເຈົ້າຂອງລົງທຶນແມ່ນກຸ່ມບໍລິສັດ SCG (ປະເທດ ໄທ) ດ້ວຍທຶນຈົດທະບຽນ 5,1 ຕື້ໂດລາສະຫະລັດ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ຖືວ່າ:

“ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງ, ຮັກສາສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດຢ່າງສະດວກທີ່ສຸດ, ມີລັກສະນະແກ່ງແຍ້ງທີ່ສຸດໃຫ້ແກ່ບັນດານັກລົງທຶນທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ເອົາໃຈໃສ່ແກ້ໄຂທຸກສິ່ງຄົງຄ້າງ, ຄວາມຫຍຸ້ງຍາກ, ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ຍົກສູງສະມັດຕະພາບການອອກແຮງງານ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ປັບປຸງບັນດາລະບຽບການບໍລິຫານ, ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດ. ສະພາແຫ່ງຊາດ, ລັດຖະບານກຽມພ້ອມຮ່ວມແຮງຮ່ວມໃຈໜູນຊ່ວຍໃຫ້ແກ່ພື້ນຖານເສດຖະກິດຂອງ ໄທ - ຫວຽດນາມ ຜ່ານຜ່າໄລຍະຫຍຸ້ງຍາກ, ສືບຕໍ່ພັດທະນາດ້ວຍລະດັບສູງໃນໄລຍະຈະມາເຖິງ, ຖືກກັບເປົ້າໝາຍຍຸດທະສາດທີ່ສອງປະເທດໄດ້ກຳນົດ”.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top