• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ອີຢູ ແລະ ສະວິດ

ຫວຽດນາມ ພ້ອມແລ້ວຈະໜູນຊ່ວຍເພີ່ມທະວີການມີໜ້າຂອງສະຫະພາບ ເອີລົບ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານເອກອັກຄະລັດຖະທູດ Giorgio Aliberti)

ຕອນບ່າຍວັນທີ 16 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບ ເອີລົບ (ອີຢູ) ປະຈຳ ຫວຽດນາມ Giorgio Aliberti ແລະ ທ່ານເອກອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ Thomas Gass.

        ທີ່ການຕ້ອນຮັບທ່ານ Giorgio Aliberti, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເນັ້ນໜັກເຖິງຜົນງານໃຫຍ່ຫຼວງທີ່ສຸດຂອງ ຫວຽດນາມ ແລະ ສະຫະພາບ ເອີລົບ ແມ່ນເລື່ອງ 2 ຝ່າຍໄດ້ລົງນາມ ແລະ ນຳເຂົ້າປະຕິບັດສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA). ທ່ານປະທານສະພາແຫ່ງຊາດຢືນຢັນວ່າ, ຫວຽດນາມ ພ້ອມແລ້ວຈະໜູນຊ່ວຍເພີ່ມທະວີການມີໜ້າຂອງສະຫະພາບ ເອີລົບ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສົມທົບກັນຜັນຂະຫຍາຍແຜນການກະທຳ ອາຊຽນ - ສະຫະພາບ ເອີລົບ ໄລຍະ 2023 -2027, ຊ່ວຍໃຫ້ ອີຢູ ເຊື່ອມຕໍ່ກັບຕະຫຼາດ ອາຊຽນ.

(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບ ທ່ານອັກຄະລັດຖະທູດ ສະວິດ Thomas Gass)

ທີ່ການຕ້ອນຮັບທ່ານອັກຄະລັດຖະທູດ ສະວິດ ປະຈຳ ຫວຽດນາມ Thomas Gass, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢຶນຢັນວ່າ ຍາມໃດ ສະວິດ ກໍ່ແມ່ນຄູ່ຮ່ວມມືສຳຄັນ ແລະ ມີຄວາມໄວ້ເນືຶ້ອເຊື່ອໃຈຂອງ ຫວຽດນາມ. ທ່ານຫວັງວ່າ 2 ຝ່າຍຈະເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ, ໂດຍສະເພາະແມ່ນໃນສະພາບວົງເງິນການຄ້າ 2 ຝ່າຍ ຫວຽດນາມ - ສະວິດ ຫາກໍ່ບັນລຸໄດ້ປະມານ 800 ລ້ານ USD.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top