• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບປະທານກຸ່ມບໍລິສັດພັດທະນາເຂດເສດຖະກິດພິເສດ Clark

ການພົບປະແມ່ນໂອກາດເພື່ອແລກປ່ຽນສະພາບການຂອງເຂດເສດຖະກິດພິເສດ, ຮັບຟັງຂໍ້ສະເໜີຂອງຝ່າຍເຂດເສດຖະກິດພິເສດ ແລະ ສະມາຊິກໃນຄະນະ...
  ການຕ້ອນຮັບຄະນະທີ່ນະຄອນຫຼວງ ມານີລາ  

ໃນຂອບເຂດການຢ້ຽມຢາມ ຟິລິບປິນ ຢ່າງເປັນທາງການ, ຕອນເຊົ້າວັນທີ 25 ພະຈິກ, ຢູ່ນະຄອນຫຼວງ ມານີລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານນາງ Agnes Devanadera, ປະທານກຸ່ມບໍລິສັດພັດທະນາເຂດເສດຖະກິດພິເສດ Clark. ການພົບປະແມ່ນໂອກາດເພື່ອແລກປ່ຽນສະພາບການຂອງເຂດເສດຖະກິດພິເສດ, ຮັບຟັງຂໍ້ສະເໜີຂອງຝ່າຍເຂດເສດຖະກິດພິເສດ ແລະ ສະມາຊິກໃນຄະນະ ຈາກນັ້ນ, ສະເໜີນະໂຍບາຍເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ດຶງດູດວິສາຫະກິດເຂົ້າຮ່ວມການລົງທຶນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີທ່າແຮງກ່ວາອີກ.

ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ຖືວ່າ: ວິສາຫະກິດ ຫວຽດນາມ ແລະ ຟີລິບປິນ ຄວນເພີ່ມທະວີການແລກປ່ຽນ, ສົ່ງເສີມການລົງທຶນໃນໄລຍະຈະມາເຖິງເພື່ອໃຫ້ສົມກັບຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທັງສອງຝ່າຍ. ສ່ວນທ່ານນາງ Agnes Devanadera, ປະທານກຸ່ມບໍລິສັດພັດທະນາເຂດເສດຖະກິດພິເສດ Clark, ປາດຖະໜາຢາກໄດ້ຮັບການແບ່ງປັນນະໂຍບາຍ, ບົດຮຽນຈາກ ຫວຽດນາມ ເພື່ອພັດທະນາເຂດເສດຖະກິດພິເສດແຫ່ງນີ້.

ຕອນບ່າຍວັນທີ 25 ພະຈິກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 43 (AIPA -43) ແລະ ຢ້ຽມຢາມສ. ຟີລິບປິນ ຢ່າງເປັນທາງການ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top