• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດ ອາເມລິກາ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ບັນດາສະມາຊິກສະພາສູງ ອາເມລິກາ ໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບສູງໃນຫຼາຍບັນຫາ
(ທີ່ການຕ້ອນຮັບ)

ຕອນບ່າຍວັນທີ 26 ພຶດສະພາ, ຢູ່ ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບຄະນະສະມາຊິກສະພາແຫ່ງຊາດ ອາເມລິກາ, ໂດຍທ່ານສະມາຊິກສະພາສູງ Mike Carpo ເປັນຫົວໜ້າຄະນະ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ບັນດາສະມາຊິກສະພາສູງ ອາເມລິກາ ໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບສູງໃນຫຼາຍບັນຫາ, ໃນນັ້ນ ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມສືບຕໍ່ແມ່ນຈຸດເດັ່ນໃນການພົວພັນລະຫວ່າງ 2 ປະເທດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ສະພາແຫ່ງຊາດ ອາເມລິກາ ສືບຕໍ່ສະໜັບສະໜູນຮັກສາການພົວພັນດ້ານການຄ້າໃຫ້ເປັນປົກກະຕິ, ຍາວນານລະຫວ່າງ 2 ປະເທດ; ສືບຕໍ່ສ້າງຄວາມສະດວກໃຫ້ແກ່ຜະລິດຕະພັນກະເສດຂອງ ຫວຽດນາມ, ຄື: ປາຈາ, ກຸ້ງ, ການນຳເຂົ້າໝາກໄມ້; ສະເໜີໃຫ້ ອາເມລິກາ ຮັບຮອງຂໍ້ກຳນົດເສດຖະກິດການຕະຫຼາດຂອງ ຫວຽດນາມ. ທ່ານປະທານສະແຫ່ງຊາດຊົມເຊີຍເລື່ອງ 2 ຝ່າຍໄດ້ສົມທົບກັນໃນຂອບເຂດປຶກສາຫາລືກ່ຽວກັບຂໍ້ລິເລີ່ມໃນຂອບເຂດເສດຖະກິດ ອິນເດຍ - ປາຊີຟິກ (IPEF).

ສ່ວນທ່ານສະມາຊິກສະພາສູງ Mike Carpo ໃຫ້ຮູ້ວ່າ, ຈະສົ່ງສານຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຖິງບັນດາການນຳຂັ້ນສູງ ອາເມລິກາ ເມື່ອເຕື້ອງເຖິງເລື່ອງສືບຕໍ່ເຂົ້າການເຂົ້າຮ່ວມຂອງ ອາເມລິກາ ໃນການຮັບປະກັນການສຳຜັດກັບຕະຫຼາດ ແລະ ເຈລະຈາບັນດາສັນຍາການຄ້າເສລີ, ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ບັນດາສັນຍາການຄ້າ 2 ຝ່າຍ…

(ແຫຼ່ງຄັດຈາກ VOV)

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ

Top