• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ ກອງປະຊຸມ ປະທານສະພາແຫ່ງຊາດ ບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3

ຕອນບ່າຍວັນທີ 9 ຕຸລາ (ຕາມເວລາທ້ອງຖິ່ນ), ທີ່ Antalya, ຕວກກີ, ທ່ານນາງປະທານສະພາແຫ່ງຊາດ ສສ ຫວຽດນາມ  ຫງວຽນທິກິມເງິນ  ໄດ້ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ ຄັ້ງທຳອິດຂອງ ກອງປະຊຸມ ປະທານສະພາແຫ່ງຊາດ ບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3 (MSEAP3). 

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດ ບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3 (ພາບ: TTXVN)

ດ້ວຍຫົວຂໍ້ຂອງກອງປະຊຸມແມ່ນ “ການຮ່ວມມືດ້ານເສດຖະກິດ, ສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ຢູ່ອາຊີ - ເອີຣົບ”, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ ຕັ້ງໜ້າ ເຂົ້າຮ່ວມ ແລະ ມີຄວາມຮັບຜິດຊອບ ໃນການເຄື່ອນໄຫວການຕ່າງປະເທດຂອງລັດຖະສະພາໃນໂລກ ແລະ ໃນພາກພື້ນ, ພ້ອມແລ້ວທີ່ຈະສະໜັບສະໜູນບັນດາການເຄື່ອນໄຫວຮ່ວມມືກັບບັນດາລັດຖະສະພາ ອາຊີ - ເອີຣົບ, ເພີ່ມທະວີການແບ່ງປັນບົດຮຽນ, ຂໍ້ມູນຂ່າວສານ, ປະກອບສ່ວນໜູນຊ່ວຍກັນ ຮັບມືກັບບັນດາສິ່ງທ້າທາຍໃນທົ່ວໂລກ, ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນໃນໂລກ.

ແບ່ງປັນວ່າ ຫວຽດນາມ ພວມສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ ແລະ ຮອບດ້ານກວ່າ, ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຂົ້າໃນບັນດາວິວັດທະນາການເຊື່ອມໂຍງກັບພາກພື້ນ ແລະ ໃນໂລກ, ແລະ ປາຖະໜາຢາກສືບຕໍ່ຮ່ວມມືກັບບັນດາປະເທດ ອາຊີ -ເອີຣົບ ໃນທຸກຂົງເຂດຢ່າງແໜ້ນແຟ້ນກວ່າອີກ, ໂດຍສະເພາະແມ່ນ ການປ່ຽນແປງໃໝ່ ຫົວຄິດປະດິດສ້າງ ຕິດພັນກັບເຕັກໂນໂລຊີ ດິຈິຕອນ, ເຊື່ອມຕໍ່ແບບອັດສະລິຍະ, ພັດທະນາແບບຍືນຍົງ, ກວມລວມ…

ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ໄດ້ກ່າວຊີ້ແຈ້ງວ່າ ເລື່ອງສືບຕໍ່ສະໜັບສະໜູນການປະຕິຮູບ ບັນດາກົນໄກການບໍລິຫານໃນທົ່ວໂລກຕາມທິດຍຸຕິທຳ, ປະຊາທິປະໄຕ ແລະ ມີປະສິດທິຜົນກວ່າ, ສອດຄ່ອງກັບການປ່ຽນແປງຂອງພາລະກຳລັງ ແລະ ບົດບາດທີ່ນັບມືນັບເພີ່ມຂຶ້ນຂອງບັນດາພື້ນຖານເສດຖະກິດທີ່ພວມພັດທະນາ.

(ແຫຼ່ງຄັດຈາກ VOV)


10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top