• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດເຂົ້າຮ່ວມການກວດກາຄັ້ງສຸດທ້າຍວຽກງານກະກຽມພິທີໄຂກອງປະຊຸມ APPF-26

      ກອງປະຊຸມ APPF – 26 ຈະຕ້ອນຮັບຄະນະຜູ້ແທນລັດຖະສະພາທີ່ມາຈາກ 22 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ເຂົ້າຮ່ວມດ້ວຍຜູ້ແທນປະມານ 330 ທ່ານ.

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ເຂົ້າຮ່ວມການກວດກາພິທີໄຂກອງປະຊຸມ APPF – 26 
      ຕອນບ່າຍວັນທີ 16 ມັງກອນ, ທີ່ສຳນັກງານສະພາແຫ່ງຊາດ ຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດ, ປະທານ APPF – 26 ຫງວຽນທິກິມເງິນ ແລະ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫົວໜ້າຄະນະຈັດຕັ້ງ APPF – 26 ຕ່ອງທິຟ໋ອງ ເຂົ້າຮ່ວມການກວດກາຄັ້ງສຸດທ້າຍວຽກງານກະກຽມພິທີໄຂກອງປະຊຸມປະຈຳປີເວທີປາໄສລັດຖະສະພາບັນດາປະເທດ ອາຊີ - ປາຊີຟິກ ຄັ້ງທີ 26. ກອງປະຊຸມ APPF – 26 ຈະຕ້ອນຮັບຄະນະຜູ້ແທນລັດຖະສະພາທີ່ມາຈາກ 22 ປະເທດໃນພາກພື້ນ ອາຊີ - ປາຊີຟິກ ເຂົ້າຮ່ວມດ້ວຍຜູ້ແທນປະມານ 330 ທ່ານ.
        ພາຍຫລັງການກວດກາພິທີໄຂດັ່ງກ່າວ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ກວດກາບັນດາວຽກງານກະກຽມໃຫ້ພິທີໄຂຢູ່ສຳນັກງານສະພາແຫ່ງຊາດ. ມາຮອດປັດຈຸບັນ, ທຸກວຽກງານກະກຽມໃຫ້ພິທີໄຂ ແລະ ວາລະປະຊຸມຕ່າງໆໃນໂຄງການດຳເນີນງານຂອງ APPF – 26 ໄດ້ສຳເລັດ. ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບລັດຖະສະພາບັນດາປະເທດໃນພາກພື້ນເຂົ້າຮ່ວມກອງປະຊຸມ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top