• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມ ພົບປະສັງສັນກັບຜູ້ແທນດີເດັ່ນເຂົ້າຮ່ວມກອງປະຊຸມໃຫຍ່ຊົນເຜົ່າສ່ວນໜ້ອຍ

ຕອນບ່າຍວັນທີ 03 ທັນວາ, ທີ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະສັງສັນກັບຜູ້ແທນດີເດັ່ນບັນດາຊົນເຜົ່າສ່ວນໜ້ອຍ 100 ຄົນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຊົນເຜົ່າສ່ວນໜ້ອຍທົ່ວປະເທດຄັ້ງທີ 2 ປີ 2020, ນີ້ແມ່ນບັນດາຜູ້ແທນດີເລີດຂອງ 54 ຊົນເຜົ່າ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະສັງສັນກັບຜູ້ແທນດີເດັ່ນບັນດາຊົນເຜົ່າສ່ວນໜ້ອຍ (ພາບ: TTXVN)

ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ບັນດາຜູ້ແທນດີເດັ່ນ ເປັນແກ່ນສານຕັ້ງໜ້າແຜ່ຂະຫຍາຍ, ສ້າງແຫຼ່ງບັນດານໃຈ ເພື່ອສ້າງຄວາມສາມັກຄີບັນດາຊົນເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ມີຄວາມໝັ້ນຄົງເຂັ້ມແຂງກ່ວາ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດກ່ຽວກັບວຽກງານຊົນເຜົ່າ ແມ່ນບັນຫາຍຸດທະສາດພື້ນຖານ, ຍາວນານ; ແມ່ນໜ້າທີ່ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ຂອງທັງລະບົບການເມືອງ.

(ແຫຼ່ງຄັດຈາກ VOV)

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ວັນ​ທີ 02 ມິ​ຖຸ​ນາ, ທ່ານ Yury Ushakov ຜູ້​ຊ່ວຍ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແຈ້ງ​ໃຫ້​ຊາບ​ວ່າ ມີ​ຜູ້​ແທນ​ປະ​ມານ 20.000 ທ່ານ ທີ່​ມາ​ຈາກກວ່າ 100 ປະ​ເທດ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg 2026 (SPIEF 2026) ທີ່​ດຳ​ເນີນ​ແຕ່​ວັນ​ທີ 03 ຫາ​ວັນ​ທີ 06 ມິ​ຖຸ​ນາ.

Top