• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບປະທານສະພາຕ່ຳຈີເລ

ສະພາແຫ່ງຊາດຫວຽດນາມ ປາດຖະໜາຢາກຊຸກຍູ້ການພົວພັນກັບລັດຖະສະພາຈີເລ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃກ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

      

      ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ, ນັ້ນແມ່ນຄຳຢືນຢັນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ທີ່ການຕ້ອນຮັບທ່ານປະທານສະພາຕ່ຳຈີເລ Fidel Espinoza Sandoval ໃນຕອນເຊົ້າວັນທີ 20 ມັງກອນ, ຢູ່ຫໍສະພາແຫ່ງຊາດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ ສະພາຕ່ຳ, ສະພາສູງຈີເລ ແລະ ສະພາແຫ່ງຊາດຫວຽດນາມ ຈະເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ.

        ສ່ວນທ່ານປະທານສະພາຕ່ຳຈີເລ Fidel Espinoza Sandoval ໄດ້ຊົມເຊີຍຫວຽດນາມ ຈັດຕັ້ງ APPF 26 ບັນລຸຜົນສຳເລັດ ແລະ ສະແດງໃຫ້ເຫັນຄວາມປະທັບໃຈກ່ຽວກັບເລື່ອງ ໃນໄລຍະ 10 ປີຜ່ານມາ, ຫວຽດນາມ ໄດ້ບັນລຸການເຕີບໂຕຢ່າງແຮງ ດ້ວຍການເຂົ້າຮ່ວມຂອງທັງສະພາແຫ່ງຊາດ, ລັດຖະບານ, ທ່ານປະທານສະພາຕຳຈີເລ ສະເໜີໃຫ້ 2 ປະເທດ ເປີດກວ້າງຂົງເຂດຮ່ວມມື.

        ແລະກໍ່ໃນຕອນເຊົ້າວັນດ່ຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາສູງກຳປູເຈຍ Tep Ngorn ເຊັ່ນດຽວກັນ.

ແຫຼ່ງຄັດຈາກ VOV


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top