• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດພົບປະເຈລະຈາກັບປະທານສະພາຕ່ຳສ.ກາຊັກສະຖານ

ຕອນບ່າຍວັນທີ 09 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນອກກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດອາຊີ - ເອີລົບ ຄັ້ງທີ 3 ຢູ່ Antalya, ປະເທດຕວກກີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະເຈລະຈາກັບທ່ານປະທານສະພາຕໍ່ຳສ.ກາຊັກສະຖານ Nurlan Z.Nigmatulin.

(ທ່ານປະທານສະພາແຫ່ງຊາດພົບປະເຈລະຈາກັບປະທານສະພາຕ່ຳສ.ກາຊັກສະຖານ)

ຜູ້ນຳ 2 ທ່ານໄດ້ຕີລາຄາກ່ຽວກັບການພົວພັນດ້ານການເມືອງລະຫວ່າງ 2 ປະເທດ ທີ່ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ຮັບຮູ້ບັນດາບາດກ້າວພັດທະນາໃໝ່ໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດໃນໄລຍະມໍ່ໆມານີ້.

        ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຊື້ອເຊີນທ່ານປະທານສະພາຕ່ຳ Nurlan Z.Nigmatulin ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ເພື່ອໃຫ້ 2 ຝ່າຍສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການລະອຽດເພື່ອຊຸກຍູ້ການພົວພັນຮອບດ້ານລະຫວ່າງ 2 ປະເທດໃນທຸກຂົງເຂດ, ພິເສດແມ່ນລະຫວ່າງ 2 ສະພາແຫ່ງຊາດ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ກໍ່ສະເໜີໃຫ້ ກາຊັກສະຖານ ສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງຫວຽດນາມ ແລະ ອາຊຽນ ໃນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີເນື້ອໃນແທດຈິງໂດຍໄວ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top