• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາແຫ່ງຊາດພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງກ໋າຍຣັງ, ນະຄອນເກິ່ນເທີ


ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເຮັດ​ວຽກ​ຢູ່​ນະ​ຄອນ​ເກີນ​ເທີ
 
      ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ຂຶ້ນ​ກັບ​ຫົວໜ່ວຍ​ເລືອກ​ຕັ້ງ​ເລກ 1, ນະຄອນ ​ເກິ່ນ​ເທີ, ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ວັນ​ທີ 27/4 ​ເພື່ອ​ແຈ້ງ​ຮ່າງ​ເນື້ອ​ໃນ​ລາຍການ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຊຸດ​ທີ 14. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດໃຫ້​ຮູ້​ວ່າ​ ທີ່ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3, ສະພາ​ແຫ່ງ​ຊາດຄາດ​ຄະ​ເນ​ວ່າ​ຈະ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ 13 ສະບັບ ​ເຊິ່ງ​ໄດ້​ຮັບ​ເອົາ​ຄວາມ​ເຫັນ​ຄັ້ງ​ທຳ​ອິດ​ແລ້ວ; ຮັບຮອງ​ເອົາ​ຮ່າງ​ມະຕິ 5 ສະບັບ; ​ປະກອບ​ຄວາມ​ເຫັນ​ໃຫ້​ຮ່າງ​ກົດໝາຍ​ 4 ສະບັບ​ຄັ້ງ​ທຳ​ອິດ; ຈະ​ດຳ​ເນີນ​ການ​ຕິດຕາມ​ກວດກາ​ສູງ​ສຸດ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ອາຫານ, ​ເຂົ້າ​ຮ່ວມ​ການ​ຕົກລົງ​ບັນດາ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ກໍ່ສ້າງ​ບັນດາ​ກິດຈະກຳ​ຈຸດ​ສຸມ…ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອ​ກຕັ້ງ,  ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ຮັບຮອງ​ບັນດາ​ຄວາມ​ເຫັນ ​ແລະ ຖື​ວ່າ​ນີ້​ແມ່ນ​ບັນດາບັນຫາ​ໃຫຍ່, ​ເຊິ່ງພັກ, ລັດ, ສະພາ​ແຫ່ງ​ຊາດ​ເອົາ​ໃຈ​ໃສ່​ທີ່​ສຸດ; ພ້ອມ​ທັງ​ສະ​ເໜີ​ບັນດາ​ອົງການ​ກ່ຽວຂ້ອງ​ຂອງ​ເກິ່ນ​ເທີ​ຮັບ​ເອົາ​ບັນດາ​ຄວາມ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ​ໃນ​ນັ້ນ​ພິຈາລະນາ, ​ແກ້​ໄຂ​ບັນຫາ​ປະຕິບັດ​ປະກັນ​ສຸຂະ​ພາບ, ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ໃຫ້​ດີກ​ວ່າ​ກົ່າ ​ແລະ ປະຕິບັດ​ປະກັນ​ສຸຂະພາບ​ຖືກຕ້ອງ​ຕາມ​ກົດໝາຍ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top