• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນລັດເຊຍ ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

      ຕອນບ່າຍວັນທີ 24 ທັນວາ, ຄະນະຜູ້ແທນຂັ້ນສູງ ສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນ ລັດເຊຍ ໂດຍທ່ານ Vyacheslav Viktorovich Volodin ປະທານສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນລັດເຊຍ ນໍາໜ້າ, ໄດ້ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. 
            ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນລັດເຊຍ Volodin ໄດ້ມີການເຈລະຈາ ກັບທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ; ເຂົ້າຢ້ຽມຄໍ່ານັບທ່ານເລຂາທິການໃຫຍ່,ປະທານປະເທດ ຫງວຽນຝຸຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງ ສົ່ງອໍາລາ ທ່ານ Vyacheslav Viktorovich Volodin (ພາບ:TTXVN)
      ທີ່ບັນດາການເຈລະຈາ, ພົບປະ, ສອງຝ່າຍໄດ້ຢັ້ງຢືນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອສະໜັບສະໜູນການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ; ສ້າງກອບນິຕິກໍາທີ່ສະດວກເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນ, ກາທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນຂັ້ນຕ່າງໆ, ພິເສດແມ່ນຂັ້ນທ້ອງຖິ່ນ. ລັດເຊຍ ໄດ້ສະໜອງທຶນການສຶກສາເພີ່ມເຕີມໃຫ້ແກ່ຫວຽດນາມ ເພື່ອບໍາລຸງສ້າງຄູອາຈານສອນພາສາລັດເຊຍ ຂັ້ນສາມັນສຶກສາ. ສອງຝ່າຍໄດ້ລົງນາມໃນຂໍ້ຕົກລົງ ກ່ຽວກັບການສ້າງຕັ້ງ ຄະນະກໍາມະການຮ່ວມມືລະຫວ່າງລັດຖະສະພາ ຂອງສະພາແຫ່ງຊາດຫວຽດນາມ ແລະ ສະພາຕໍ່າ Duma ສະພາແຫ່ງຊາດ ສະຫະພັນລັດເຊຍ. ດ້ວຍກົນໄກຮ່ວມມືໃໝ່ດັ່ງກ່າວ, ຫວຽດນາມ ແລະ ສະຫະພັນລັດເຊຍ ຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ໂດຍສະເພາະແມ່ນການຮ່ວມມືລັດຖະສະພາ, ຊຸກຍູ້ການພົວພັນຮ່ວມມືດ້ານສື່ສານລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ຕ້ານ​ການ​ເຜີຍ​ແຜ່, ມຸ່ງ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ ຢ່າງ​ສີ້ນ​ເຊີງ

ທ່ານເອກອັກຄະລັດຖະທູດ ຫງວຽນຈູງກຽນ, ຜູ້ວ່າການ, ຜູ້ຕາງໜ້າປະຈຳການ ຫວຽດນາມ ປະຈຳ IAEA, ຢັ້ງຢືນ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການສະໜັບສະໜູນການຕ້ານການເຜີຍແຜ່, ມຸ່ງໄປເຖິງການລົບລ້າງອາວຸດນິວເຄຼຍ ຢ່າງສີ້ນເຊີງ.

Top