• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານສະພາຕ່ຳ ອາເມລິກາ ໄປໄຕ້ຫວັນ (ປະເທດຈີນ)

ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ໄດ້ອອກຖະແຫຼງການກ່ຽວກັບການຢ້ຽມຢາມຂອງທ່ານນາງ ປະທານສະພາຕ່ຳ ອາເມລິກາ Nancy Pelosi ໄປ ໄຕ້ຫວັນ (ປະເທດຈີນ)...
  ທ່ານນາງ Nancy Pelosi, ປະທານສະພາຕ່ຳ ອາເມລິກາ (ພາບ: Politico)  

ຕອນຄ່ຳວັນທີ 2 ສິງຫາ, ທ່ານນາງ Nancy Pelosi, ປະທານສະພາຕ່ຳ ອາເມລິກາ ໄດ້ໄປຮອດ ໄຕ້ຫວັນ (ປະເທດຈີນ) ໃນຂະນະທີ່ພວມປະຕິບັດງານ 4 ປະເທດ ອາຊີ ເຊິ່ງລວມມີ: ສິງກະໂປ, ມາເລເຊຍ, ສ ເກົາຫຼີ ແລະ ຍີ່ປຸ່ນ. ບົດຖະແຫຼງຂ່າວຂອງຫ້ອງວ່າການສະພາຕ່ຳ ອາເມລິກາ ໄດ້ເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງປະທານສະພາຕ່ຳ ອາເມລິກາ ໃນຮອບເວລາ 25 ປີ ແລະ ການຢ້ຽມຢາມຂອງຄະນະສະມາຊິກລັດຖະສະພາ ອາເມລິກາ ເຄົາລົບຄຳໝັ້ນສັນຍາຢ່າງບໍ່ປ່ຽນແປງຂອງ ອາເມລິກາ ໃນການສະໜັບສະໜູນພື້ນຖານປະຊາທິປະໄຕຂອງ ໄຕ້ຫວັນ.

ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ໄດ້ອອກຖະແຫຼງການກ່ຽວກັບການຢ້ຽມຢາມຂອງທ່ານນາງ ປະທານສະພາຕ່ຳ ອາເມລິກາ Nancy Pelosi ໄປ ໄຕ້ຫວັນ (ປະເທດຈີນ), ໃນນັ້ນໄດ້ເນັ້ນໜັກວ່າ ການຢ້ຽມຢາມ ໄຕ້ຫວັນ ຂອງທ່ານນາງ Nancy Pelosi ໄດ້ກະທົບເຖິງພື້ນຖານການເມືອງໃນການພົວພັນ ຈີນ - ອາເມລິກາ; ລະເມີດຫຼັກການ “ຈີນ ດຽວ” ແລະ ບັນດາມາດຕາ ໃນ ແຈ້ງການຮ່ວມ ຈີນ - ອາເມລິກາ 3 ສະບັບຢ່າງຮ້າຍແຮງ, ລະເມີດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນ.

ກະຊວງປ້ອງກັນປະເທດ ຈີນ ກໍ່ກ່າວປະນາມການຢ້ຽມຢາມ ໄຕ້ຫວັນ (ປະເທດຈີນ) ຂອງທ່ານນາງ Pelosi ຢ່າງແຮງ, ພ້ອມທັງຢັ້ງຢືນ “ກອງທັບປົດປ່ອຍປະຊາຊົນ ຈີນ ພວມຢູ່ໃນສະພາວະສຸກເສີນຢ່າງສູງສຸດ ແລະ ເດັດດ່ຽວປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແຫ່ງຊາດ ແລະ ທຳລາຍການແຊກແຊງຈາກພາຍນອກ ແລະ ກົນອຸບາຍແຍກຕົວຮຽກຮ້ອງໃຫ້ “ໄຕ້ຫວັນ ເປັນເອກະລາດ””.

ກ່ຽວຂ້ອງເຖິງບັນຫານີ້, ວັນທີ 3 ສິງຫາ, ເມື່ອຕອບຄຳຖາມກ່ຽວກັບສະພາບການຊ່ອງແຄບທະເລ ໄຕ້ຫວັນ (ປະເທດຈີນ) ໃນປະຈຸບັນ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ: ຫວຽດນາມ ຢຶດໝັ້ນຕໍ່ການປະຕິບັດນະໂຍບາຍ “ຈີນ ດຽວ”. ຫວຽດນາມ ຫວັງວ່າ ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ບໍ່ເຮັດໃຫ້ສະພາບຢູ່ຊ່ອງແຄບທະເລໄຕ້ຫວັນ ເຄັ່ງຕຶງຂຶ້ນຕື່ມ, ປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top