• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວໍວັນເຖືອງ ຕ້ອນຮັບຜູ້ວ່າການແຂວງ Fukuoka, ປະເທດ ຍີ່ປຸ່ນ

ທ່ານປະທານປະເທດ ຫວຽດນາມ ກໍ່ສະເໜີໃຫ້ການນຳແຂວງ Fukuoka ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ສົມທົບກັບບັນດາວິສາຫະກິດ ຍີ່ປຸ່ນ ຮ່ວມມືໃນຂົງເຂດເຊິ່ງ ຫວຽດນາມ ມີຄວາມສາມາດບົ່ມຊ້ອນ.
ທ່ານປະທານປະເທດ ຫວໍວັນເຖືອງ ຕ້ອນຮັບຜູ້ວ່າການແຂວງ Fukuoka, ປະເທດ ຍີ່ປຸ່ນ

ຕອນບ່າຍວັນທີ 22 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບ ທ່ານ Seitaro Hattori, ຜູ້ວ່າການແຂວງ Fukuoka, ປະເທດ ຍີ່ປຸ່ນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.  

ທ່ານປະທານປະເທດ ຫວໍວັນເຖືອງ ສະເໜີໃຫ້ເພີ່ມທະວີການພົວພັນແລກປ່ຽນປະຊາຊົນລະຫວ່າງແຂວງ Fukuoka ແລະ ບາງທ້ອງຖິ່ນຂອງ ຫວຽດນາມ ຜ່ານບັນດາໄລຍະພັກຮຽນຂອງນັກສຶກສາ ຍີ່ປຸ່ນ ມາຍັງ ຫວຽດນາມ ແລະ ກົງກັນຂ້າມ. ທ່ານປະທານປະເທດ ຫວຽດນາມ ກໍ່ສະເໜີໃຫ້ການນຳແຂວງ Fukuoka ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ສົມທົບກັບບັນດາວິສາຫະກິດ ຍີ່ປຸ່ນ ຮ່ວມມືໃນຂົງເຂດເຊິ່ງ ຫວຽດນາມ ມີຄວາມສາມາດບົ່ມຊ້ອນ. ທ່ານປະທານປະເທດ ຫວັງວ່າ ແຂວງ ເອົາໃຈໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ແຮງງານ ຫວຽດນາມ ເຮັດວຽກຢູ່ປະເທດປະຈຳຖິ່ນ, ປະກອບສ່ວນເຂົ້າໃນພື້ນຖານເສດຖະກິດ ຍີ່ປຸ່ນ.

ສ່ວນ ທ່ານ Seitaro Hattori, ຜູ້ວ່າການແຂວງ Fukuoka ໃຫ້ຮູ້ວ່າ: ຈະຊຸກຍູ້ໂຄງການບຳລຸງສ້າງໃຫ້ດີກ່ວາອີກ ແລະ ປາດຖະໜາຢາກມີນັກຮຽນ ຫວຽດນາມ ໄປພົວພັນແລກປ່ຽນ, ຮ່ຳຮຽນຜ່ານການຈັດບັນດາລາຍການພົບປະແລກປ່ຽນລະຫວ່າງບັນດາອົງການສຳນັກງານສຶກສາ ຫວຽດນາມ ແລະ ຍີ່ປຸ່ນ ຫຼາຍກ່ວາອີກ.

(ແຫຼ່ງຄັດຈາກ VOV)

ວັນ​ອາ​ທິດ​ແດງ 2026 ດຶງ​ດູດ​ນັກ​ສຶກ​ສາ​ອາ​ສາ​ສະ​ໝັກ​ບໍ​ລິ​ຈາກ​ເລືອດ ເປັນ​ຈຳ​ນວນຫຼາຍ

ວັນ​ອາ​ທິດ​ແດງ 2026 ດຶງ​ດູດ​ນັກ​ສຶກ​ສາ​ອາ​ສາ​ສະ​ໝັກ​ບໍ​ລິ​ຈາກ​ເລືອດ ເປັນ​ຈຳ​ນວນຫຼາຍ

ວັນບຸນບໍ່ພຽງແຕ່ແມ່ນການເຄື່ອນໄຫວບໍລິຈາກເລືອກປະຈຳປີເທົ່ານັ້ນຫາກຍັງກາຍເປັນສະຖານທີ່ນັດພົບຂອງບັນດາຜູ້ໃຈບູນໃຈກຸສົນ, ແຜ່ກະຈາຍສານ “ສົ່ງເລືອດກູ້ເອົາຊີວິດ ຂອງເພື່ອນແລະ ຂ້ອຍ” ໄປຍັງວົງຄະນະຍາດ.

Top