• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວຽດນາມ: ຮ່າຢ່າງຕ້ອງສືບຕໍ່ຊອກຫາຮູບແບບ ແລະ ກຳລັງໜູນການເຕີບໂຕເສດຖະກິດໃໝ່

      ຕອນເຊົ້າວັນທີ 8 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ຮ່າຢ່າງ ຄົບຮອບ 130 ປີ (20/8/1891 – 20/8/2021), 30 ປີ ແຫ່ງວັນສ້າງຕັ້ງແຂວງຄື້ນໃໝ່ ແລະ 60 ປີ ແຫ່ງວັນປະທານ ໂຮຈີມິນ ມາຢ້ຽມຢາມ ຮ່າຢ່າງ. 
ທ່ານປະທານປະເທດ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)
      ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫງວຽນຊວັນຟຸກ ລື້ມຄືນບັນດາເປົ້າໝາຍພັດທະນາທີ່ ຮ່າຢ່າງ ໄດ້ວາງອອກຄື: ສ້າງ ຮ່າຢ່າງ ໃຫ້ເປັນແຂວງພັດທະນາດ້ານການທ່ອງທ່ຽວ, ການຄ້າ, ການບໍລິການ ແລະ ກະສິກຳ ສິນຄ້າທີ່ເປັນເອກະລັກ; ຮອດປີ 2030 ໃຫ້ເປັນແຂວງທີ່ມີພື້ນຖານເສດຖະກິດ - ສັງຄົມພັດທະນາຢ່າງດີໃນເຂດພູດອຍທາງເໜືອ ຫວຽດນາມ; ຮອດປີ 2045 ເປັນແຂວງທີ່ ມີພື້ນຖານເສດຖະກິດ - ສັງຄົມພັດທະນາຢ່າງດີພໍສົມຄວນໃນທົວປະເທດ. ທ່ານປະທານປະເທດປາດຖະໜາຢາກໃຫ້ແຂວງ ຮ່າຢ່າງ ສູ້ຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ພັດທະນາເສດຖະກິດ - ສັງຄົມ.
        ຢາກມີພື້ນຖານເສດຖະກິດທີ່ພັດທະນາ, ກ່ອນອື່ນໝົດກຳລັງຄວາມສາມາດຂອງຖັນແຖວພະນັກງານ, ລັດຖະກອນຕ້ອງໄດ້ຍົກສູງຂຶ້ນ. ສອງແມ່ນ, ສຳລັບແຂວງທີ່ມີເງື່ອນໄຂພິເສດຄື ຮ່າຢ່າງ, ຂັ້ນນະໂຍບາຍສັງຄົມມີບົດບາດສຳຄັນທີ່ສຸດ. ສະນັ້ນ, ທາງແຂວງຕ້ອງມີບັນດານະໂຍບາຍໜູນຊ່ວຍຊີວິດສັງຄົມ, ປະຕິບັດນະໂຍບາຍຫຼູດພົ້ນຄວາມທຸກຍາກ, ເພີ່ມທະວີການລົງທຶນໃຫ້ການສຶກສາ, ເບິ່ງແຍງສຸຂະພາບ, ສະໜອງສະຫວັດດີການໃຫ້ປະຊາຊົນໃຫ້ດີທີ່ສຸດ.
        ໃນຕອນເຊົ້າວັນດຽວກັນ, ທ່ານປະທານ ຫງວຽນຊວັນຟຸກ ໄດ້ໄປຈຸດທູບໃຕ້ທຽນອາໄລຫາບັນດາວິລະຊົນທີ່ເສຍສະຫຼະຊີວິດຢູ່ທີ່ສຸສານນັກຮົບເສຍສະຫຼະຊີວິດແຫ່ງຊາດ ວິຊວຽນ; ວາງພວງມາລາຢູ່ອະນຸສາວະລີທ່ານປະທານ ໂຮຈີມິນ ຢູ່ສຳນັກງານຄະນະພັກແຂວງ ຮ່າຢ່າງ.
            ຫຼັງຈາກນັ້ນ, ຕອນບ່າຍວັນໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄອບຄົວຜູ້ມີຄຸນງາມຄວາມດີ, ນັກຮົບເກົ່າຜູ້ທຸກຍາກ, ຄອບຄົວທຸກຍາກໃນບໍລິເວນຕາແສງ ຫວຽດວິງ, ເມືອງ ບັກກວາງ, ແຂວງ ຮ່າຢາງ; ຢ້ຽມຢາມ ແລະ ເຮັດວຽກກັບ ຕຳຫຼວດແຂວງ ຮ່າຢ່າງ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top