• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຫວຽດນາມ, ຈີນ ແລະ ນາຍົກລັດຖະມົນຕີ ອາຣັບບີຊະອຸດີ ຢ້ຽມຢາມ ໄທ ຢ່າງເປັນທາງການ ໃນໂອກາດສັບປະດາສຸດຍອດ APEC 202

ມາຮອດປະຈຸບັນ, ມີການນຳຂັ້ນສູງ 15 ປະເທດຂອງບັນດາພື້ນຖານເສດຖະກິດສະມາຊິກໄດ້ຢັ້ງຢືນຮັບຄຳເຊື້ອເຊີນເຂົ້າຮ່ວມໃນລະຫວ່າງວັນທີ 18-19 ພະຈິກ.
  ໂຄສົກລັດຖະບານ ໄທ ອະນຸຈາ ບູຣະພະໄຈສີ (ພາບ: ThaiGov)  

ວັນທີ 08 ພະຈິກ, ໂຄສົກລັດຖະບານ ໄທ ອະນຸຈາ ບູຣະພະໄຈສີ ໃຫ້ຮູ້ວ່າ: ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ; ທ່ານປະທານປະເທດ ສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີ ອາຣັບບີຊະອຸດີ, ຈະໄປຢ້ຽມຢາມປະເທດ ໄທ ຢ່າງເປັນທາງການ ເນື່ອງໃນໂອກາດສັບປະດາສຸດຍອດ ເວທີປາໄວຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 2022) ເຊິ່ງດຳເນີນໃນລະຫວ່າງວັນທີ 18-19 ພະຈິກ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ປຣຸດ ຈັນໂອຊາ ຈັດການເຈລະຈາກັບການນຳ 3 ປະເທດດັ່ງກ່າວ ເພື່ອປຶກສາຫາລືມາດຕະການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ.

ກ່ຽວຂ້ອງເຖິງສັບປະດາສຸດຍອດ APEC, ທ່ານ ອະນຸຈາ ບູຣະພະໄຈສີ ໃຫ້ຮູ້ວ່າ ມາຮອດປະຈຸບັນ, ມີການນຳຂັ້ນສູງ 15 ປະເທດຂອງບັນດາພື້ນຖານເສດຖະກິດສະມາຊິກໄດ້ຢັ້ງຢືນຮັບຄຳເຊື້ອເຊີນເຂົ້າຮ່ວມໃນລະຫວ່າງວັນທີ 18-19 ພະຈິກ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top