• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ຍ້ອງຍໍຊົມເຊີຍ ທິມບານເຕະຍິງ ຫວຽດນາມ

ພາຍຫຼັງທິມບານເຕະຍິງ ຫວຽດນາມ ຍາດໄດ້ໄຊຊະນະຕໍ່ທິມບານເຕະຍິງ ໄທດ້ວຍ 1 – 0 ໃນນັດແຂ່ງຂັນຊີງຊະນະເລີດ ທີ່ດຳເນີນໃນຕອນຄ່ຳວັນທີ 21 ພຶດສະພາ ເພື່ອຄ້ວາຫຼຽນຄຳ ປະເພດບານເຕະຍິງ ຢູ່ SEA Games 31, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳຍ້ອງຍໍຊົມເຊີຍ, ສັນລະເສີນ.
    
  ທິມບານເຕະຍິງ ຫວຽດນາມ 

 ໃນຈົດໝາຍ, ທ່ານປະທານປະເທດ ໄດ້ຕີລາຄາສູງບັນດານັກເຕະບານຍິງ ມີການແຂ່ງຂັນ, ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນ, ມີຄວາມສາມັກຄີ, ເສີມຂະຫຍາຍຈິດໃຈລວມໝູ່, ຊ່ວຍໃຫ້ທິມບານເຕະຍິງ ຫວຽດນາມ ຍາດໄດ້ຫຼຽນຄຳຄັ້ງທີ 3 ຢ່າງລຽນຕິດ ປະເພດບານເຕະຍິງ ອາຊີຕາເວັນອອກສ່ຽງໃຕ້. ນີ້ກໍ່ແມ່ນຫຼຽນຄຳທີ 7 ຂອງທິມບານເຕະຍິງ ຫວຽດນາມ ໃນການແຂ່ງຂັນ SEA Games.

ທ່ານປະທານປະເທດ ຫງວຽນຊວັນຟຸກ ສະແດງຄວາມຂອບອົກຂອບໃຈຕໍ່ແຟນບານເຕະຍິງ ຍາມໃດກໍ່ໃຫ້ກຳລັງໃຈ, ນຳຄວາມຮັກແພງກິລາ ແລະ ຄວາມພາກພູມໃຈຊົນຊາດເປັນຈິດຫນຶ່ງໃຈດຽວ, ສ້າງກຳລັງແຮງດ້ານຈິດໃຈ ເພື່ອເພີ່ມກຳລັງໃຫ້ແກ່ບັນດານັກເຕະບານຍິງ ເພື່ອຍາດໄດ້ໄຊຊະນະຜ່ານແຕ່ລະນັດ, ນຳມາເຊິ່ງຄວາມກຽດສະຫງ່າມາໃຫ້ປະເທດຊາດ, ຄວາມເບີກບານມ່ວນຊື່ນໃຫ້ແກ່ແຟນບານເຕະ ແລະ ຄວາມເອກອ້າງທະນົງໃຈຂອງບານເຕະຍິງ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top