• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດ ກວດກາວຽກງານແກ້ໄຂຄວາມເສຍຫາຍຈາກພາຍຸ Sonca ແລະ ຝົນຕົກນ້ຳຖ້ວມຢູ່ນະຄອນດ່ານັງ

ຕອນບ່າຍວັນທີ 19 ຕຸລາ, ຢູ່ນະຄອນ ດ່ານັງ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ໄດ້ລົງຢ້ຽມຢາມຖາມຂ່າວບັນດາຄອບຄົວທີ່ໄດ້ຮັບຜົນເສຍຫາຍຈາກພາຍຸ , ກວດກາຕົວຈິງເຂດມີດິນເຈື່ອນຍ້ອນພາຍຸ Sonca ແລະ ນ້ຳຖ້ວມກໍ່ຂຶ້ນຢູ່ນະຄອນ.

ຕອນບ່າຍວັນທີ 19 ຕຸລາ, ຢູ່ນະຄອນ ດ່ານັງ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ໄດ້ລົງຢ້ຽມຢາມຖາມຂ່າວບັນດາຄອບຄົວທີ່ໄດ້ຮັບຜົນເສຍຫາຍຈາກພາຍຸ , ກວດກາຕົວຈິງເຂດມີດິນເຈື່ອນຍ້ອນພາຍຸ Sonca ແລະ ນ້ຳຖ້ວມກໍ່ຂຶ້ນຢູ່ນະຄອນ.

   

ປະທານປະເທດ ຫງວຽນຊວນຟຸກ ກວດກາວຽກງານແກ້ໄຂຄວາມເສຍຫາຍຈາກພາຍຸ Sonca ແລະ ຝົນຕົກນ້ຳຖ້ວມຢູ່ນະຄອນດ່ານັງ

ແບ່ງປັນຄວາມເສຍຫາຍກັບປະຊາຊົນ, ທ່ານປະທານປະເທດ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະ ນະຄອນ ດ່າໜັງ, ສະພາກາແດງ ຫວຽດນາມ ສຸມໃສ່ໜູນຊ່ວຍປະຊາຊົນຟື້ນຟູບ່ອນຢູ່. ພິເສດ, ບັນດາທ້ອງຖິ່ນຕ້ອງແກ້ໄຂສະພາບເປເພຢູ່ ບັນດາໂຮງຮຽນ, ຮັບປະກັນໃຫ້ເດັກນ້ອຍໄດ້ກັບຄືນສູ່ໂຮງຮຽນໂດຍໄວ.

       ຕໍ່ຈາກນັ້ນ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ໄດ້ມີການເຮັດວຽກກັບການນຳນະຄອນ ດ່ານັ້ງ. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນກວດກາຢ່າງຮີບດ່ວນ, ສະຫຼຸບບັນຊີລາຍຊື່ກິດຈະກຳພື້ນຖານໂຄງລ່າງຂະໜາດໃຫຍ່ທີ່ຖືກເສຍຫາຍ ແລະ ລະບົບຄັນຄູທະເລຖືກເຊາະເຈື່ອນ ເພື່ອສົ່ງເຖິງບັນດາກະຊວງ, ຂະແໜງການ ເພື່ອຈັນສັນແຫຼ່ງທຶນແກ້ໄຂ. ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ້ອງຖິ່ນຈົ່ງເປັນເຈົ້າການຜັນຂະຫຍາຍບັນດາມາດຕະການປ້ອງກັນ ແລະ ສະກັດກັ້ນ, ບໍ່ຄວນປະໝາດຢ່າງເດັດຂາດ.

ແຫຼ່ງຄັດຈາກ VOV

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top