• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອັງກິດ ແລະອຽກລັງເໜືອ, ເອກອັກຄະລັດຖະທູດໂຮ​ນ​ລັງ

ຕອນເຊົ້າວັນທີ 7 ມິຖຸນາ, ທີ່ທຳນຽບປະທານປະເທດຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Giles Levers ເອກອັກຄະລັດຖະທູດສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ທ່ານນາງ Nienke Trooster ເອກອັກຄະລັດຖະທູດລາຊະອານາຈັກໂຮນລັງ ປະຈຳຫວຽດນາມ  ໄດ້ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ.

ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບ
ທ່ານ Giles Levers ເອກອັກຄະລັດຖະທູດສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ
ທີ່ການຕ້ອນຮັບ ທ່ານ Giles Levers ເອກອັກຄະລັດຖະທູດສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ ໃນໄລຍະຈະມາເຖິງ ສອງຝ່າຍຈະສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ ແລະ ສູ້ຊົນຍົກສູງການພົວພັນເສດຖະກິດສອງຝ່າຍ ໃຫ້ສົມກັບຂອບເຂດຄູ່ຮ່ວມມືຍຸດທະສາດ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງສອງປະເທດ; ພ້ອມກັນນັ້ນ ກໍສະເໜີໃຫ້ອັງກິດສະໜັບສະໜູນຫວຽດນາມສະເໜີເຂົ້າຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. ສ່ວນທ່ານເອກອັກຄະລັດຖະທູດ Giles Levers ປາດຖະໜາວ່າ ໄປຄຽງຄູ່ກັບການຮ່ວມມືດ້ານການຄ້າ, ການສຶກສາ, ຫວຽດນາມ ແລະ ອັງກິດຈະເປີດກວ້າງການຮ່ວມມືສອງຝ່າຍໄປສູ່ຂົງເຂດໃໝ່ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄົ້ນຄວ້າວິທະຍາສາດ, ສາທາລະນະສຸກ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບ.

ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງຕ້ອນຮັບ
ທ່ານນາງ Nienke Trooster ເອກອັກຄະລັດຖະທູດລາຊະອານາຈັກໂຮນລັງ ປະຈຳຫວຽດນາມ 
ໃນການຕ້ອນຮັບທ່ານນາງເອກອັກຄະລັດຖະທູດລາຊະອານາຈັກໂຮນລັງ Nienke Trooster, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ຫວຽດນາມຍາມໃດກໍເຄົາລົບນັບຖືອາລົມຈິດຂອງປະຊາຊົນໂຮນລັງ ທີ່ສະຫງວນໃຫ້ແກ່ຫວຽດນາມ; ພ້ອມທັງສະແດງຄວາມຂອບອົກຂອບໃຈຕໍ່ແຫຼ່ງທຶນ ODA ຂອງບັນດາອົງການຈັດຕັ້ງ ແລະ ປະຊາຊົນໂຮນລັງ ອັນໄດ້ປະກອບສ່ວນຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ທ່ານປະທານປະເທດ ປາດຖະໜາວ່າ ໂຮນລັງຈະຊຸກຍູ້ ແລະ ສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ EVFTA ຢ່າງເປັນທາງການ ໂດຍໄວ. ສ່ວນທ່ານນາງ Nienke Trooster ຖືວ່າ ສອງຝ່າຍຈະເພີ່ມທະວີການຮ່ວມມືກວ່າອີກໃນການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງ   ທຶນ; ພ້ອມທັງປາດຖະໜາວ່າ ໂຮນລັງຈະຮ່ວມມືກັບຫວຽດນາມໃນຂົງເຂດການເດີນທະເລ, ເຊິ່ງແມ່ນຂົງເຂດທີ່ໂຮນລັງມີທ່າແຮງ.
(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top