• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດຫວຽດນາມຕ້ອນຮັບຄະນະຜູ້ແທນລາວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຫວຽດນາມ

      ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອວັດທະນະທຳມະນຸດ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ກິນໝາກຄິດຮອດຄຸນຜູ້ປູກ, 

ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວ່າງ ໄດ້ພົບປະກັບຄະນະຜູ້ແທນບັນດາພົນລະເມືອງ ລາວ
ທີ່ມີຄຸນງາມຄວາມດີການປະຕິວັດ ຫວຽດນາມ.
      ຕອນບ່າຍວັນທີ 22 ພະຈິກ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວ່າງ ໄດ້ພົບປະກັບຄະນະຜູ້ແທນບັນດາພົນລະເມືອງ ລາວ ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຫວຽດນາມ.
        ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວ່າງ ປາຖະໜາວ່າ ຄະນະເດີນທາງມາຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ຈະສືບຕໍ່ມີບັນດາການປະກອບສ່ວນ, ໜູນຊ່ວຍໃຫ້ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຫຼາຍກວ່າອີກ.

ທີ່ການຕ້ອນຮັບ
      ທ່ານປະທານປະເທດ ຕີລາຄາສູງເລື່ອງສະມາຄົມມິດຕະພາບສອງປະເທດຕັ້ງໜ້າຕອບສະໜອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ ດ້ວຍການເຄື່ອນໄຫວຫຼາຍຮູບຫຼາຍແບບ, ອຸດົມສົມບູນ, ແທດຈິງ ແລະ ມີປະສິດທິຜົນຄື: ບັນດາລາຍການພົບປະແລກປ່ຽນວັດທະນະທຳ, ສິລະປະ, ອາຫານການກິນ, ການເຄື່ອນໄຫວທ່ອງທ່ຽວ ແລະ ເພີ່ມທະວີການພົບປະແລກປ່ຽນຊາວໜຸ່ມ, ນັກສຶກສາ, ການພົບປະສົນທະນາ, ໂອ້ລົມກ່ຽວກັບມູນເຊື້ອການພົວພັນແບບພິເສດ ຫວຽດນາມ - ລາວ.
        ທ່ານປະທານປະເທດຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ເສີມຂະຫຍາຍມູນເຊື້ອວັດທະນະທຳມະນຸດ, ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ກິນໝາກຄິດຮອດຄຸນຜູ້ປູກ, ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນບັນດາການປະກອບສ່ວນອັນໃຫຍ່ຫຼວງ ແລະ ມີປະສິດທິຜົນຂອງພັກ, ລັດ, ປະຊາຊົນລາວບັນດາເຜົ່າທີ່ສະຫງວນໃຫ້ປະຊາຊົນຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.

Top