• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານປະເທດຫງວຽນຊວັນຝຸກ ຢ້ຽມຢາມສູນເຂດຮ້ອນຫວຽດນາມ-ລັດເຊຍ

      ທ່ານເນັ້ນໜັກວ່າ: ສູນເຂດຮ້ອນຫວຽດນາມ-ລັດເຊຍ ຕ້ອງສືບຕໍ່ແມ່ນສະຖານທີ່ໜ້າໄວ້ເນື້ອເຊື່ອໃຈໃນການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ-ລັດເຊຍ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ຢ້ຽມຢາມເຂດສະແດງຜະລິດຕະພັນວິທະຍາສາດເຕັກນໂລຊີຢູ່ສູນ
ເຂດຮ້ອນຫວຽດນາມ-ລັດເຊຍ. (ພາບ: VOV)
      ຕອນເຊົ້າວັນທີ 22 ພະຈິກ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ-ລັດເຊຍ.
ທ່ານປະທານປະເທດຫງວຽນຊວັນຝຸກ ໄດ້ຕີລາຄາສູງບັນດາຜົນງານທີ່ສູນບັນລຸໄດ້ ພາຍຫຼັງໄດ້ເຄື່ອນໄຫວມາເປັນເວລາ 33 ປີ, ແມ່ນເຂດເຮືອນລວມຂອງບັນດານັກວິທະຍາສາດຫວຽດນາມ-ລັດເຊຍ ແລະ ທ່ານເນັ້ນໜັກວ່າ: ສູນເຂດຮ້ອນຫວຽດນາມ-ລັດເຊຍ ຕ້ອງສືບຕໍ່ແມ່ນສະຖານທີ່ໜ້າໄວ້ເນື້ອເຊື່ອໃຈໃນການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ-ລັດເຊຍ. ເພື່ອສູ້ຊົນຮອດປີ 2030 ກາຍເປັນປະເທດພັດທະນາ, ມີອຸດສາຫະກຳທັນສະໄໝ, ສູນຕ້ອງມີບັນດາບາດກ້າວເດີນເພື່ອປະກອບສ່ວນເຂົ້າໃນເປົ້າໝາຍນີ້, ພ້ອມທັງສູ້ຊົນກາຍເປັນຮາກຖານວິທະຍາສາດເຕັກໂນໂລຊີທີ່ມີອິດທິພົນຊື່ສຽງ, ບາງຂົງເຂດບັນລຸລະດັບຂັ້ນພາກພື້ນ ແລະ ໂລກ:
      ລະດົມກຳລັງໃຈ, ເປີດກ້ວາງການເຂົ້າຮ່ວມຂອງບັນດາມະຫາວິທະຍາໄລ, ບັນດາອົງການຈັດຕັ້ງວິທະຍາສາດເຕັກໂນໂລຊີ ຜູ້ຊ່ຽວຊານແຖວໜ້າຂອງລັດເຊຍ ໃນການໝູນໃຊ້, ຖ່າຍຖອດເຕັກໂນໂລຊີຕາມຄວາມຕ້ອງການຂອງຫວຽດນາມ. ຍ້ອນເຫດນັ້ນ, ຕ້ອງຍູ້ແຮງການໝູນໃຊ້ບັນດາໝາກຜົນຄົ້ນຄ້ວາ, ພັດທະນາບັນດາຜະລິດຕະພັນມີລັກສະນະວິທະຍາສາດ-ເຕັກໂນໂລຊີສູງ; ບັນດາຂົງເຂດທີ່ສູນມີທ່າແຮງ, ໂດຍສະເພາະແມ່ນການຄົ້ນຄ້ວາສັງລວມຊີວະພາບ, ສິ່ງແວດລ້ອມທະເລ, ຄົ້ນຄ້ວາບັນດາພະຍາດຕິດແປດໃໝ່ກໍ່ຄືສິ່ງທ້າທາຍແບບໃໝ່.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ຄັດຄ້ານ ໄຕ້ຫວັນ (ປະເທດຈີນ) ຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ

ຫວຽດນາມ ໄດ້ຢັ້ງຢືນປັນຫຼາຍຄັ້ງຕໍ່ເລື່ອງ ໄຕ້ຫວັນ ຈັດການຊ້ອມຮົບຍິງລູກປືນແທ້ຢູ່ເຂດທະເລອ້ອມແອ້ມເກາະ ບາບິ່ງ ຂຶ້ນກັບໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ ແມ່ນການກະທຳ ...

Top