ວັນທີ 14 ກັນຍາ, ອົງການຄວາມໝັ້ນຄົງແຫ່ງຊາດ ໂປໂລຍ ໃຫ້ຮູ້ວ່າ, ທ່ານປະທານາທິບໍດີປະເທດນີ້ Karol Nawrocki ໄດ້ເຊັນມະຕິອະນຸຍາດໃຫ້ທະຫານຂອງອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ຕັ້ງທັບຢູ່ປະເທດນີ້ ຄືດັ່ງສ່ວນໜຶ່ງໃນຂອບເຂດການເຄື່ອນໄຫວດ້ານການທະຫານຂອງ ນາໂຕ ໂດຍມີຊື່ວ່າ Eastern Sentry. ເຖິງຢ່າງໃດກໍ່ຕາມ, ລາຍລະອຽດກ່ຽວກັບມະຕິດັ່ງກ່າວຈະບໍ່ໄດ້ຮັບການປະກາດ.
ກ່ອນໜ້ານັ້ນ, ວັນທີ 12 ກັນຍາ, ທ່ານເລຂາທິການໃຫຍ່ ນາໂຕ Mark Rutte ໄດ້ແຈ້ງໃຫ້ຊາບວ່າ ສຳພັນທະມິດນີ້ໄດ້ຜັນຂະຫຍາຍການເຄື່ອນໄຫວດ້ານການທະຫານ Eastern Sentry ເພື່ອແນໃສ່ປັບປຸງເຂດທາງທິດຕາເວັນອອກ ນາໂຕ, ພາຍຫຼັງເກີດເຫດມີເຄື່ອງບິນບໍ່ມີຄົນຂັບ (UAV) ຫຼາຍເຄື່ອງລ່ວງລ້ຳເຂົ້າລະເມີດເຂດນ່ານຟ້າຂອງ ໂປໂລຍ.