• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມອວຍພອນປີໃໝ່ Chol Chnam Thmay ຢູ່ຊ໊ອກຈັງ

      ທ່ານປະທານ ເຈິ່ນແທັງເໝີນ ປາດຖະນາວ່າ ສະມາຄົມສາມັກຄີພະສົງສຳມະເນນຜູ້ຮັກຊາດແຂວງ ຊ໊ອກຈັງ ພ້ອມກັບບັນດາພະມະຫາອາຈານ, ພະອາຈານ, ພະສົງ ສືບຕໍ່ຂົນຂວາຍພໍ່ແມ່ປະຊາຊົນປະຕິບັດແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ

ທ່ານ ເຈິ່ນແທັງເໝີນອວຍພອນສະມາຄົມສາມັກຄີພະສົງສຳມະເນນຜູ້ຮັກຊາດແຂວງ ຊ໊ອກຈັງ,
ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ປີ 2019
(ພາບ: nhandan.com.vn)
      ວັນທີ 05 ເມສາ, ທ່ານ ເຈິ່ນແທັງເໝີນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ອວຍພອນສະມາຄົມສາມັກຄີພະສົງສຳມະເນນຜູ້ຮັກຊາດແຂວງ ຊ໊ອກຈັງ, ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ປີ 2019 ຂອງພໍ່ແມ່ປະຊາຊົນຊາວເຜົ່າຂະແມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານ ເຈິ່ນແທັງເໝີນ ປາດຖະນາວ່າ ສະມາຄົມສາມັກຄີພະສົງສຳມະເນນຜູ້ຮັກຊາດແຂວງ ຊ໊ອກຈັງ ພ້ອມກັບບັນດາພະມະຫາອາຈານ, ພະອາຈານ, ພະສົງ ສືບຕໍ່ຂົນຂວາຍພໍ່ແມ່ປະຊາຊົນປະຕິບັດແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຕັ້ງໜ້າສະໜັບສະໜູນບັນດາບັ້ນຂົນຂວາຍ, ຂະບວນການໂດຍແນວໂຮມປຸກລະດົມ; ສຸມໃສ່ໂຄສະນາກົດໝາຍວ່າດ້ວຍການເຫຼື້ອມໄສເຊື່ອຖືສາສະໜາ ແລະ ສະແດງໃຫ້ເຫັນບົດບາດຕັ້ງໜ້າແມ່ນສະມາຊິກຂອງແນວໂຮມປະເທດຊາດຫວຽດນາມ. ພ້ອມກັນນັ້ນ, ສືບຕໍ່ຂົນຂວາຍການຮັກສາສີສັນວັດທະນະທຳຂອງພໍ່ແມ່ປະຊາຊົນຊາວເຜົ່າຂະແມ; ຕັ້ງໜ້າອອກແຮງງານທຳການຜະລິດ… ສືບຕໍ່ມີບັນດາການປະກອບສ່ວນຢ່າງແທດຈິງກວ່າອີກເຂົ້າໃນພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.
 (ແຫຼ່ງຄັດຈາກ VOV)

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

ນັກປະພັນວັນນະຄະດີ ຫວຽດນາມ 2 ທ່ານໄດ້ຮັບລາງວັນ ວັນນະຄະດີ ອາຊີຕາເວັນອອກສ່ຽງໃຕ້ 2024 – 2025

ນັກປະພັນວັນນະຄະດີ ຫງວຽນທາມທຽນເກ໊ ໄດ້ຮັບລາງວັນ ວັນນະຄະດີອາຊີຕາເວັນອອກສ່ຽງໃຕ້ ດ້ວຍເລື່ອງເສັ້ນ “ລະດູແລ້ງຢູ່ໃຕ້ຮົ່ມຕົ້ມໄມ້”, ນັກປະພັນວັນນະຄະດີ ນາງ ຟ້າມທິຊວັນບານ ເປັນກຽດຮັບລາງວັນດ້ວຍເລື່ອງສັ້ນ “ຢູ່ປາຍຟ້າ”.

Top