• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະທານຄະນະກຳມະການສູນກາງແນວລາວ ສ້າງຊາດ ຢ້ຽມຢາມແຂວງ ຮ່ວາບິ່ງ

ທ່ານ ໄຊສົມພອນ ພົມວິຫານ ໄດ້ອວຍພອນໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ຮ່ວາບິ່ງ ທີ່ຍາດໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ


ທ່ານ ບຸ່ຍວັນຕີ໋ງ, ເລຂາຄະນະພັກແຂວງ ຮ່ວາບິ່ງ  ໄດ້ມອບຂອງຂວັນໃຫ້ຄະນະ

(ພາບ: Nhan Sinh/TTXVN)

ວັນທີ 13 ເມສາ, ຄະນະຜູ້ແທນຂັ້ນສູງຂອງຄະນະກຳມະການສູນກາງແນວລາວສ້າງຊາດ ໂດຍທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມແຂວງ ຮ່ວາບິ່ງ. ທ່ານ ບຸ່ຍວັນຕີ໋ງ, ເລຂາຄະນະພັກແຂວງ ຮ່ວາບິ່ງ ໄດ້ຕາງໜ້າໃຫ້ການນຳ ແລະ ປະຊາຊົນບັນດາເຜົ່າໃນແຂວງ ຮ່ວາບິ່ງ ຕ້ອນຮັບຄະນະ, ແບ່ງປັນນ້ຳໃຈບໍລິສຸດຜຸດຜ່ອງ, ສະໜິດຕິດພັນລະຫວ່າງ 2  ປະເທດ, ລະຫວ່າງແນວໂຮມປະເທດຊາດ ຫວຽດນາມ ແລະ ແນວລາວສ້າງຊາດ.

        ທ່ານ ໄຊສົມພອນ ພົມວິຫານ ໄດ້ອວຍພອນໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງ ຮ່ວາບິ່ງ ທີ່ຍາດໄດ້ຜົນງານຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ, ພິເສດແມ່ນການລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນຊາດຊົນເຜົ່າສ່ວນໜ້ອຍ, ເຂດປະສົບກັບຄວາມຫຍຸ້ງຍາກ. ທ່ານ ໄຊສົມພອນ ພົມວິຫານ ກໍ່ຖືວ່າ: ໃນໄລຍະຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ ແລະ ຈັກກະພັດ ອາເມລິກາ ໃນເມື່ອກ່ອນ, ປະຊາຊົນບັນດາເຜົ່າແຂວງ ຮ່ວາບິ່ງ ໄດ້ອຸ້ມສູ່ຊ່ວຍເຫຼືອການປະຕິວັດ ລາວ, ຈັດແຈງສະຖານທີ່ເພື່ອຈັດຕັ້ງກອງປະຊຸມກຽມຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ II ແລະ ຮາກຖານວິທະຍຸກະຈາຍສຽງ ປະເທດລາວ. ນັ້ນແມ່ນເຂດປູຊະນີຍະສະຖານປະຫວັດສາດອັນລ້ຳຄ່າທີ່ໄດ້ຮັບການປົກປັກຮັກສາ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈໃຫ້ແກ່ລຸ້ນຕ່າງໆຂອງ 2 ປະເທດໃນປະຈຸບັນ ແລະ ອະນາຄົດ.

(ແຫຼ່ງຄັດຈາກ VOV)


ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ນະຄອນ ຫາຍຝ່ອງ ໄດ້ດຳເນີນກອງປະຊຸມຜູ້ແທນນັກປະພັນອາວຸໂສຄັ້ງທີ 1 ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຂຶ້ນ.

Top