• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິຮູບລະບອບລະບຽບການຢ່າງແຮງ ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ

ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ 8% ໃນປີ 2025 ແລະ 2 ຕົວເລກໃນອະນາຄົດ, ກາຍເປັນປະເທດພັດທະນາ ມີລາຍຮັບສູງໃນປີ 2025, ຕ້ອງສຸມໃສ່ 3 ຂອດບຸກທະລຸຍຸດທະສາດ
ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ສືບຕໍ່ເຮັດວຽກ (ພາບ: quochoi.vn)

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 23 ພຶດສະພາ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບການຕີລາຄາເພີ່ມເຕີມໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ, ງົມປະມານແຫ່ງລັດປີ 2024; ສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2025.

ເມື່ອປຶກຫາລືຢູ່ໜ່ວຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ, ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ 8% ໃນປີ 2025 ແລະ 2 ຕົວເລກໃນອະນາຄົດ, ກາຍເປັນປະເທດພັດທະນາ ມີລາຍຮັບສູງໃນປີ 2025, ຕ້ອງສຸມໃສ່ 3 ຂອດບຸກທະລຸຍຸດທະສາດ, ລວມມີ: ບຸກທະລຸດ້ານລະບອບລະບຽບການ, ບຸກທະລຸກ່ຽວກັບພື້ນຖານໂຄງລ່າງ ແລະ ບຸກທະລຸກ່ຽວກັບແຫຼ່ງຊັບພະຍາກອນມະນຸດ.

“ຂອດບຸກທະລຸທີໜຶ່ງແມ່ນກ່ຽວກັບລະບອບລະບຽບການ, ແມ່ນຈຸດອຸດຕັນຂອງການອຸດຕັນ. ພວກເຮົາຕັດສິນໃຈວ່າ ໃນມະຕິເລກທີ 66 ແກ້ໄຂບັນດາຈຸດອຸດຕັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມໃຫ້ສຳເລັດໃນປີນີ້. ນີ້ແມ່ນຄວາມຕັດສິນໃຈຢ່າງສູງ. ລະບອບລະບຽບການແມ່ນກຳລັງໜູນ, ແມ່ນແຫຼ່ງກຳລັງໃຫ້ແກ່ການພັດທະນາ, ແກ້ໄຂຈຸດອຸດຕັນ. ສະນັ້ນ, ສະພາແຫ່ງຊາດຕ້ອງສະໜັບສະໜູນການປະຕິຮູບດ້ານລະບອບລະບຽບການນີ້ຢ່າງແຮງ”.

ເຂົ້າຮ່ວມປະກອບຄຳເຫັນເມື່ອປຶກສາຫາລືຢູ່ໜ່ວຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ສະເໜີວ່າ, ໃນໄລຍະຈະມາເຖິງ ລັດຖະບານຕ້ອງເພີ່ມທະວີການລົງທຶນສາທາລະນະ; ຊຸກຍູ້ວິທະຍາສາດ, ນະວັດຕະກຳ, ຫັນເປັນດີຈີຕອນ; ເພີ່ມທະວີການສົ່ງອອກ, ເປີດກວ້າງຕະຫຼາດອອກສູ່ຫຼາຍປະເທດ; ສືບຕໍ່ປົວແປງການໜູນຊ່ວຍສັງຄົມ…

ຕອນບ່າຍວັນທີ 23 ພຶດສະພາ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດປືກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມ 7 ສະບັບ, ກ່ຽວຂ້ອງເຖິງການປະມູນ ແລະ ການລົງທຶນ, ໃນນັ້ນ, ມີກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປະມູນ; ກົດໝາຍວ່າດ້ວຍການລົງທຶນຕາມຮູບແບບພາກລັດ - ເອກະຊົນ; ກົດໝາຍວ່າດ້ວຍການລົງທຶນ; ກົດໝາຍວ່າດ້ວຍການລົງທຶນສາທາລະນະ; ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ສັບສິນສ່ວນລວມ.

(ແຫຼ່ງຄັດຈາກ VOV)

ເດືອນພຶດ​ສະ​ພາ ກັບ​ມາ​ຢາມ​ໝູ່​ບ້ານ ແຊນ

ເດືອນພຶດ​ສະ​ພາ ກັບ​ມາ​ຢາມ​ໝູ່​ບ້ານ ແຊນ

ບ້ານ ແຊນ, ເມືອງ ນາມດານ, ແຂວງ ເງະອານ ໄດ້ຕິດພັນກັບຄາວເຍົາໄວຂອງປະທານ ໂຮ່ຈີມິນ, ການນຳຜູ້ຍິ່ງໃຫຍ່ ແລະ ແສນເຄົາລົບຮັກຂອງຊາດ ຫວຽດນາມ. ໃນເດືອນ ພຶດສະພາ ແຕ່ລະປີ, ເມື່ອດອກບົວບານ, ບ້ານ ແຊນ ໄດ້ຕ້ອນຮັບແຂກທັງຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມ, ສະແດງຄວາມເຄົາລົບນັບຖືຕໍ່ປະທານ ໂຮ່ຈີມິນ ເປັນຈຳນວນຫຼາຍ.

Top