ທີ່ກອງປະຊຸມຖະແຫງຂ່າວນັດສາມັນປະຈຳເດືອນ ກັນຍາ ຂອງລັດຖະບານ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 05 ຕຸລາ, ຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມກ່ຽວກັບການສົ່ງຜົນສະທ້ອນຂອງການປ່ອຍເງິນລົງທຶນສາທາລະນະຕໍ່ການຄວບຄຸມໄພເງິນເຟີ້, ການເຕີບໂຕເສດຖະກິດ, ການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຮັບປະກັນລະດັບເຕີບໂຕແບບຍືນຍົງນັ້ນ, ການນຳກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ, ການປະຕິບັດສຳເລັດແຜນການປ່ອຍເງິນລົງທຶນສາທາລະນະ 100% ຈະບໍ່ກໍ່ຄວາມກົດດັນຢ່າງໃຫຍ່ຫຼວງຕໍ່ໄພເງິນເຟີ້.
ຕາມທ່ານຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ຫງວຽນດຶກຈີ, ແຜນການລົງທຶນສາທາລະນະປີ 2025 ໄດ້ມອບໝາຍແມ່ນ 1.112.000 ຕື້ດົ່ງ, ໄລ່ຮອດວັນທີ 30 ກັນຍາ 2025 ອັດຕາປ່ອຍເງິນໄດ້ບັນລຸກວ່າ 51% ຂອງແຜນການແລ້ວ.
“ບັນລຸໄດ້ 100% ຕາມແຜນການ ພວກເຮົາຈະມຸ່ງໄປເຖິງການຄວບຄຸມໄພເງິນເຟີ້ ໃນໄພເງິນເຟີ້ທີ່ພວກເຮົາຕັ້ງຄວາມຫວັງທີ່ໄດ້ປະກາດແລ້ວ. ພວກຂ້າພະເຈົ້າຖືວ່າ ພວກເຮົາບໍ່ຕ້ອງວິຕົກກັງວົນໃນການປ່ອຍເງິນລົງທຶນສາທາລະນະ ຈະສົ່ງຜົນສະທ້ອນບໍ່ດີຕໍ່ບັນດາຄາດໝາຍເສດຖະກິດມະຫາພາກ ແລະ ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດອື່ນ, ຫາກມັນພຽງແຕ່ສົ່ງຜົນສະທ້ອນທີ່ດີຕໍ່ບັນດາຄາດໝາຍເຊິ່ງພວກເຮົາໄດ້ວາງອອກນັບແຕ່ຕົ້ນປີ”.








