• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຕິບັດສຳເລັດຂັ້ນຕອນອອກໃບອຸນະຍາດ ຜະລິດວັກຊິນ ແລະ ຜະລິດຕະພັນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ທ່ານຮອງນາຍົກລັດຖະມົນຕີ ໄດ້ສະຫຼຸບວ່າ: ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ໃນຂະນະໂລກລະບາດໄດ້ແຜ່ລະບາດໃນຊຸມຊົນແລ້ວ... 
ວັກຊິນກັນໂຄວິດ - 19 Nanocovax (ພາບ: TTXVN)
      ປະຕິບັດສຳເລັດເອກະສານພິຈາລະນາ ການອອກໃບອະນຸຍາດວັກຊິນ Nanocovax ໂດຍດ່ວນ, ໜູນຊ່ວຍວິສາຫະກິດ ປະຕິບັດສຳເລັດຂັ້ນຕອນທົດລອງ ຢາຕ້ານ ໄວຣັດ Molnupiravir ໂດຍໄວ… ແມ່ນເນື້ອໃນຂອງການປະກາດສະຫຼຸບຂອງທ່າານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢູ່ກອງປະຊຸມກ່ຽວກັບການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ທົດລອງສັກວັກຊິນຕໍ່ຄົນໃນການຜະລິດວັກຊິນ, ຢຸກຢາ, ຜະລິດຕະພັນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
      ທີ່ການປະກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະຫຼຸບວ່າ: ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ໃນຂະນະໂລກລະບາດໄດ້ແຜ່ລະບາດໃນຊຸມຊົນແລ້ວ... ຫວຽດນາມ ຕ້ອງເປັນເຈົ້າການກະກຽມເພື່ອມຸ່ງໄປເຖິງການຮ່ວມດຳລົງກັບໄວຣັດ SASR-CoV-2 ຢ່າງປອດໄພ.
      ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງສາທາລະນະສຸກໜູນຊ່ວຍບັນດາໜ່ວຍງານຄົ້ນຄວ້າວັກຊິນກັນໂຄວິດ - 19 ໃນການປະຕິບັດສຳເລັດ, ເພີ່ມເຕີມເອກະສານສົ່ງໄປຍັງສະພາຄຸນສົມບັດ, ສະພາອອກໃບອະນຸດຍາດ ພິຈາລະນະການອອກໃບອະນຸດຍາດ ໂດຍດ່ວນ, ໃນສະເພາະໜ້າແມ່ນວັກຊິນ Nanocovax, ໜູນຊ່ວຍວິສາຫະກິດປະຕິບັດສຳເລັດຂັ້ນຕອນທົດລອງຢາຕ້ານໄວຣັດ Molnupiravir ໂດຍໄວ, ມີວິທີການຮັບປະກັນກຽມພ້ອມຈຳນວນຢາປິ່ນປົວ ຕອບສະໜອງບັນດາກໍລະນີ ມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ເພີ່ມຂຶ້ນສູງ.
(ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top