• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊຸມຄະນະຊີ້ນຳສູນກາງກ່ຽວກັບຫລັກອະນາໄມຄວາມປອດໄພດ້ານສະບຽງອາຫານ

ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນເຈົ້າພາບຈັດກອງປະຊຸມຄະນະຊີ້ນຳລະຫວ່າງຂະແຫນງການຂັ້ນສູນກາງ ກ່ຽວກັບຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ, ຜັນຂະຫຍາຍຫນ້າທີ່ຈຸດສຸມ ໃນ 6 ເດືອນທ້າຍປີ.


ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ນຳກອງປະຊຸມ

ພາບ:vietnam+

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເຫນີ ບັນດາກະຊວງຂະແຫນງການກ່ຽວຂ້ອງເພີ່ມທະວີການຄຸ້ມຄອງຄຸນນະພາບອາຫານເສີມກໍ່ຄືເລື່ອງໂຄສະນາທາງພາຫະນະສື່ມວນຊົນ ແລະ ເຄືອຂ່າຍສັງຄົມອອນລາຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນຫນັກວ່າ:

“ຂ້າພະເຈົ້າຮຽກຮ້ອງຫົວຫນ້າກົມຮັບຜິດຊອບບັນຫາຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ ຕ້ອງສ້າງບັນຊີລາຍຊື່ບັນດາຜະລິດຕະພັນອາຫານເສີມທີ່ລະເມີດການໂຄສະນາ ສົ່ງໃຫ້ກະຊວງຖະແຫລງຂ່າວ ແລະ ສື່ສານ ເພື່ອໃຫ້ກະຊວງສົມທົບກັນແກ້ໄຂຢ່າງເໝາະສົມ. ຫລັງຈາກນັ້ນ ສຳລັບບັນດາການໂຄສະນາບໍ່ຖືກຕ້ອງ, ກະຊວງສາທາລະນະສຸກ ຍົກອອກຄຳສະເຫນີແນະ: ຜະລິດຕະພັນນີ້ແມ່ນໂຄສະນາບໍ່ຖືກຕາມຄວາມຈິງ ປະຊາຊົນບໍ່ຄວນຫລົງເຊື່ອ.”

ທ່ານຮອງນາຍົກລັດຖະມົນຕກໍ່ສະເຫນີ ນັບແຕ່ນີ້ຮອດທ້າຍປີ ບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ຕ້ອງສ້າງໃຫ້ສຳເລັດ ແລະ ຍື່ນສະເຫນີປະກາດໃຊ້ ກົດໝາຍວ່າດ້ວຍການລ້ຽງສັດ, ກົດໝາຍວ່າດ້ວຍການປູກຝັງ, ບັນດາເອກະສານແນະນຳການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳ, ປະກາດໃຊ້ດຳລັດປັບປຸງເພີ່ມເຕີມບາງມາດຕາຂອງດຳລັດວ່າດ້ວຍການກຳນົດປັບໄຫມການກະທຳຜິດທາງດ້ານບໍລິຫານກ່ຽວກັບຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ.

(ແຫຼ່ງຄັດຈາກ VOV)


ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top