• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຕິດຕາມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ໃນຊຸມປີຜ່ານມາ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມເຂດຊົນເຜົ່າສວນໜ້ອຍ, ອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອ
  (ພະອາຈານ ເຈົາຊອກຟີຣິນ, ພິຂຸໃຫຍ່ວັດ T’ro Peng Chrau, ຕາແສງ ອານກື)  

ເພື່ອມຸ່ງໄປເຖິງຂອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ປະຊາຊົນທຸກຊັ້ນຄົນໃນເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ໃນນັ້ນມີພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ, ຕັ້ງຄວາມຫວັງວ່າ ກອງປະຊຸມໃຫຍ່ຈະເປີດບັນດາທິດທາງໃໝ່, ສ້າງກຳລັງໜູນການພັດທະນາຢ່າງແຮງໃຫ້ແກ່ແຕ່ລະທ້ອງຖິ່ນ.

        ໃນຊຸມປີຜ່ານມາ, ພັກ ແລະ ລັດ ຍາມໃດກໍ່ເອົາໃຈໃສ່ເບິ່ງແຍງໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມເຂດຊົນເຜົ່າສ່ວນໜ້ອຍ, ອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳທີ່ເປັນມູນເຊື້ອ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ປະຊາຊົນ.

        ພະອາຈານ ເຈົາຊອກຟີຣິນ, ພິຂຸໃຫຍ່ວັດ T’ro Peng Chrau, ຕາແສງ ອານກື, ແຂວງ ອານຢາງ, ແບ່ງປັນວ່າ:

        “ພໍ່ແມ່ພີ່ນ້ອງຊາວເຜົ່າ ຂະແມ ພວກຂ້າພະເຈົ້າມີຄວາມຕັ້ງຫວັງຕໍ່ພັກ ແລະ ລັດ ຈະສືບຕໍ່ວາງອອກບັນດາແຜນນະໂຍບາຍທີ່ຖືກຕ້ອງ, ເອົາໃຈໃສ່ຫຼາຍກວ່າເຖິງເຂດຊົນເຜົ່າສ່ວນໜ້ອຍ, ສາສະໜາ, ໂດຍສະເພາະແມ່ນການສຶກສາ. ເພື່ອໃຫ້ຊີວິດຂອງພໍ່ແມ່ປະຊາຊົນໃຫ້ນັບມື້ນັບມີສະຖຽນລະພາບ, ສາມັກຄີ ແລະ ພັດທະນາແບບຍືນຍົງ”.

        ສ່ວນເພື່ອນ ເລິມໂຊຟຽບ, ຢູ່ຕາແສງ ຍູຢາ, ນະຄອນ ເກິນເທີ, ນັກສຶກສາພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ໄວໜຸ່ມພວກນ້ອງມີຄວາມສົນໃຈທີ່ສຸດເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ. ພວກນ້ອງຫວັງວ່າ, ກອງປະຊຸມໃຫຍ່ຈະເປີດອອກທິດທາງໃໝ່, ສ້າງໂອກາດຮ່ຳຮຽນ, ວຽກເຮັດງານທຳ, ເລີ່ມຕົ້ນທຸລະກິດໃຫ້ແກ່ຊາວໜຸ່ມຕື່ມອີກ, ໂດຍສະເພາະແມ່ນຊາວໜຸ່ມຊາວເຜົ່າສ່ວນໜ້ອຍ, ເພື່ອໃຫ້ພວກນ້ອງໄດ້ປະກອບສ່ວນຫຼາຍກວ່າໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ”.

(ແຫຼ່ງຄັດຈາກ VOV)

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ສື່ມວ​ນ​ຊົນ ລາວ ໃຫ້​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

ບັນດາອົງການສື່ມວນຊົນໃຫຍ່ຂອງລາວ ເຊັ່ນ ສະຖານີວິທະຍຸກະຈາຍສຽງແຫ່ງຊາດ ລາວ, ສະຖານີໂທລະພາບແຫ່ງຊາດ ລາວ, ໜັງສືພິມປະຊາຊົນ, Vientiane Times, ປະເທດລາວ, ໄດ້ໃຫ້ຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ.

Top