• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນຫວຽດນາມຕ້ອນຮັບປີໃຫມ່ສາກົນ 2019

      ຄ່ຳຄືນວັນທີ 31 ທັນວາ, ຊາວນະຄອນຫລວງ ຮ່າໂນ້ຍ ນັບພັນໆຄົນໄດ້ພາກັນເຕົ້າໂຮມຢູ່ຫນອງ ຮ່ວານກຽມ ເພື່ອພ້ອມກັນຕ້ອນຮັບປີໃຫມ່ສາກົນ 2019 ໃນບັນຍາກາດທີ່ຟົດຟື້ນມ່ວນຊື່ນ

ຊາວນະຄອນ ດາຫນັງ ຕ້ອນຮັບປີໃຫມ່ສາກົນ
ພາບ:baotoquoc
      ດ້ວຍສຽງດົນຕີອຶກກະທຶກຄຶກໂຄມ ແລະ ໄຟແສງສີທີ່ສ້າງຄວາມປະທັບໃຈໃນງານບຸນ Countdown 2019. ຊາວນະຄອນຫລວງ ແລະ ແຂກທ່ອງທ່ຽວເຂົ້າຮ່ວມໃນງານບຸນນີ້ ຜູ້ໃດກໍ່ຮູ້ສຶກປິຕິຊົມຊື່ນ ແລະ ຫວັງວ່າປີໃຫມ່ຈະມີໂຊກມີໂຊ, ມີສິ່ງທີ່ດີງາມ. ນ້ອງ ຫງວຽນເຟືອງຖາວ ຢູ່ ເມືອງ ເກົາໄຢ ຮ່າໂນ້ຍ ເວົ້າວ່າ:
ນ້ອງມີຄວາມປິຕິຊົມຊື່ນຫລາຍ ແລະ ເຫັນວ່າ ມີຊາວຮ່າໂນ້ຍ ແລະແຂກທ່ອງທ່ຽວມາຮ່ວມເປັນຈຳນວນຫລວງຫລາຍ. ເວທີສະແດງກໍ່ໄດ້ຮັບການປະດັບປະດາສວຍງາມ ແລະ ສຽງດົນຕີກໍ່ອຶກກະທຶກຄຶກໂຄມທີ່ສຸດ. ຫວັງວ່າ ປີໃຫມ່ທຸກຄົນຈະມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກຕະຫລອດປີ.
ສ່ວນຢູ່ບັນດາແຂວງ, ນະຄອນອື່ນໃນທົ່ວປະເທດຫວຽດນາມ ປະຊາຊົນກໍ່ໄດ້ພ້ອມກັນຕ້ອນຮັບປີໃຫມ່ສາກົນດ້ວຍຄວາມປິຕິຊົມຊື່ນ. ຢູ່ ຄຸ້ມເມືອງເກົ່າ ໂຮ້ຍອານ, ແຂວງ ກວ໋າງນາມ ໄດ້ຈັດງານລາຕີຕ້ອນຮັບປີໃຫມ່ສາກົນ ແລະ ເຫດການຕ້ອນຮັບນັກທ່ອງທ່ຽວຜູ້ທີ 3,8 ລ້ານ. ຢູ່ ນະຄອນ ດາຫນັງ ປະຊາຊົນ ແລະ ນັກທ່ອງທ່ຽວນັບໝື່ນໆຄົນໄດ້ພາກັນເຕົ້າໂຮມຢູ່ ສະຫນາມຫລວງ 29/3 ແລະ ຖະຫນົນ 2/9 ເພື່ອພ້ອມກັນເຂົ້າຮ່ວມລາຍການສະແດງສິລະປະຕ້ອນຮັບປີໃຫມ່ສາກົນ.
 (ແຫຼ່ງຄັດຈາກ VOV)

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ໄດ້ດຳເນີນວາລະໄຂກອງປະຊຸມຄັ້ງທີ 12 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານ ແລະ ມີບົດກ່າວປາໄສສຳຄັນທີ່ການໄຂກອງປະຊຸມ.

Top