• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນນັບພັນໆຄົນໄປ ວັນມ໊ຽວ-ກ໊ວກຕືຢ໊າມ ຂໍຕົວໜັງສືຍາມຕົ້ນປີໃໝ່

ຕາມຮີດຄອງປະເພນີແລ້ວ, ນີ້ແມ່ນວຽກງານມີຄວາມໝາຍດ້ານວັດທະນະທຳ, ສະແດງໃຫ້ເຫັນການຖືຕົວໜັງສື ແລະ ຄວາມຮູ້ເປັນສຳຄັນ.
(ຊາວຮ່າໂນ້ຍຫຼາຍຄົນຂໍຕົວໜັງສືຍາມຕົ້ນປີໃໝ່)

ຕອນເຊົ້າວັນທີ 26 ມັງກອນ (ກົງກັບວັນທີ 2 ບຸນເຕັດ), ຊາວຮ່າໂນ້ຍນັບພັນໆຄົນ ໄດ້ໄປຍັງເຂດປູຊະນີຍະສະຖານ ວັນມ໊ຽວ - ກ໊ວກຕືຢ໊າມ ເພື່ອຂໍຕົວໜັງສືຍາມຕົ້ນປີໃໝ່.

          “ນ້ອງຢູ່ ແທັງຈີ່, ນ້ອງມາແຫ່ງນີ້ແຕ່ 8 ໂມງ 30 ນາທີ ແລະ ຂໍຕົວໜັງສືທີ່ວ່າ “ຍືອິ໊ ກ໊າດເຕື່ອງ” ດ້ວຍຄວາມປາດຖະໜາວ່າທຸກສິ່ງທຸກຢ່າງລ້ວນແຕ່ສະດວກ, ປະສົບຜົນສຳເລັດໃນວຽກງານ ແລະ ໃນຊີວິດການເປັນຢູ່”.

          “ປີໃດຄອບຄົວຂ້າພະເຈົ້າກໍ່ຂໍ້ຕົວໜັງສື “ບິ່ງອານ”, ຂໍໃຫ້ທັງປີຈົ່ງມີຄວາມຢູ່ເຢັນເປັນສຸກ. ສຳລັບລູກ, ຂ້າພະເຈົ້າຂໍຕົວໜັງສື “ຮູ້ຄວາມ ຮຽນເກັ່ງ”. ປີໃດລູກໄປເສັງຂ້າພະເຈົ້າຂໍຕົວໜັງສື “ເສັງຈົບ”, ຂໍໃຫ້ພວກລູກຫຼານໄດ້ມີໂຊກມີໄຊ”.

          ຕາມຮີດຄອງປະເພນີແລ້ວ, ນີ້ແມ່ນວຽກງານມີຄວາມໝາຍດ້ານວັດທະນະທຳ, ສະແດງໃຫ້ເຫັນການຖືຕົວໜັງສື ແລະ ຄວາມຮູ້ເປັນສຳຄັນ. ຜູ້ໃຫ້ຕົວໜັງສື ເລແມ້ງແຍງ, ໃຫ້ຮູ້ວ່າ.

          “ການຈັດສັນຢູ່ທີ່ນີ້ແມ່ນງາມຫຼາຍ, ສະດວກໃຫ້ຜູ້ໃຫ້ຕົວໜັງສື ແລະ ຜູ້ຂໍຕົວໜັງສື. ຄະນະຈັດຕັ້ງທີ່ໄດ້ຮຽກຮ້ອງວ່າ, ຜູ້ໃຫ້ຕົວໜັງສືຕ້ອງຖືບັດ, ນຸ່ງຊຸດເຊື້ອຍາວຖືກຕ້ອງກັບຜູ້ໃຫ້ຕົວໜັງສືໃນເມື່ອກ່ອນ”.

          ງານບຸນໃຫ້ຕົວໜັງສືບຸນເຕັດປີຊວດ 2020 ຈະດຳເນີນຮອດວັນທີ 05 ກຸມພາ (ກົງກັບວັນທີ 12 ເດືອນຈ່ຽງໄລ່ຕາມຈັນທະປະຕິທິນ). ນອກນັ້ນຢູ່ເຂດນີ້ຍັງມີງານວາງສະແດງ, ການເຄື່ອນໄຫວແນະນຳກ່ຽວກັບມູນເຊື້ອມັກຮ່ຳຮັກຮຽນ ແລະ ສີສັນວັດທະນະທຳຂອງຊາດອີກດ້ວຍ.

 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top