• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຊົນທົ່ວປະເທດໄຫວ້ບູຊາເຈົ້າຊີວິດຮຸ່ງ

      ພ້ອມກັບຈຸດເວລາຈັດພິທີໄຫ້ວບູຊາເຈົ້າຊີວິດຮຸ່ງ ຢູ່ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ, ຢູ່ທ້ອງຖິ່ນຕ່າງໆທີ່ມີວິຫານເຈົ້າຊີວິດຮຸ່ງ ແລະ ບັນດານັກວັດທະນະທຳ, ນາຍທະຫານສະໄໝເຈົ້າຊີວິດຮຸ່ງ ໃນທົ່ວປະເທດ ກໍ່ພ້ອມກັນຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຕາມຮີດຄອງປະເພນີ.

ເຂດປູຊະນີຍະສະຖານປະຫວັດສາດວິຫານຮຸ່ງ
(ພາບປະກອບ)
      ຢູ່ແຂວງຢາລາຍ, ນັບແຕ່ຮຸ່ງເຊົ້າປະຊາຊົນໃນແຂວງເປັນຈຳນວນຫຼວງຫຼາຍໄດ້ເຕົ້າໂຮມກັນຢູ່ເຂດອະນຸສາວະລີບັນດາເຈົ້າຊີວິດຮຸ່ງ, ຢູ່ນະຄອນ Pleiku. ປະຊາຊົນທຸກຄົນພ້ອມກັນຖະຫວາຍທູບທຽນ, ດອກໄມ້, ອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ, ສະແດງຄວາມເຄົາລົບຕໍ່ບັນດາເຈົ້າຊີວິດຮຸ່ງ ແລະ ບັນພະບຸລຸດທີ່ມີຄຸນງານຄວາມດີໃນການກໍ່ຕັ້ງປະເທດ. ເຂົ້າຮ່ວມພິທີຖະຫວາຍທູບທຽນ, ອາໄລຫາບັນດາເຈົ້າຊີວິດຮຸ່ງ, ທ່ານ ໂດ໊ຊວນຖູ, ຫົວໜ້າຄະນະຕິດຕໍ່ພົວພັນຊາວວິ້ງຝູ໊ກ, ຢູ່ຢາລາຍ, ໃຫ້ຮູ້ວ່າ.
        “ນັບແຕ່ປີ 1996, ວິຫານຮຸ່ງ ໄດ້ສ້າງຕັ້ງຢູ່ແຫ່ງນີ້, ແຕ່ລະປີພວກຂ້າພະເຈົ້າໄດ້ມາຖະຫວາຍທູບທຽນບັນດາເຈົ້າຊີວິດຮຸ່ງ. ພວກຂ້າພະເຈົ້າຖືເຂດດິນແດນຢາລາຍ ແມ່ນບ້ານເກີດເມືອງນອນແຫ່ງທີ່ 2 ແລະ ບໍ່ສາມາດຫຼົງລືມເຂດດິນແດນແຫ່ງບັນພະບຸລຸດໄດ້, ຕ້ອງສຶກສາໃຫ້ລູກຫຼານຂອງຕົນກ່ຽວກັບຕົ້ນກຳເນີດ, ຄິດຮອດຄິດເຖິງບ້ານເກີດເມືອງນອນ.”
        ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ເຂດອະນຸສາວະລີບັນດາເຈົ້າຊີວິດຮຸ່ງ, ເມືອງ 9, ນະຄອນໂຮ່ຈິມິນ ກໍ່ໄດ້ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ເຊັ່ນດຽວກັນ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top