• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມ ອາຊຽນ ຍົກສູງນ້ຳໃຈຄວາມສາມັກຄີ, ແບ່ງບັນ, ຊ່ວຍເຫຼືອ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນໄລຍະເກີດໂລກລະບາດໂຄວິດ - 19

      ຍິ່ງກວ່າເວລາໃດໝົດປະຊາຄົມ ອາຊຽນ ຕ້ອງຍົກສູງນ້ຳໃຈຄວາມສາມັກຄີ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ - 19. 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ, ປະທານ AIPA – 41 (ພາບ: tuoitre.vn)
      ຕໍ່ໜ້າການຜັນແປທີ່ສັບສົນຂອງໂລກລະບາດໂຄວິດ - 19, ດ້ວຍບົດບາດເປັນປະທານ AIPA ປີ 2020, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ, ປະທານ AIPA – 41 ໄດ້ສົ່ງຈົດໝາຍເຖິງປະທານລັດຖະສະພາບັນດາປະເທດສະມາຊິກຂອງ AIPA. ໃນຈົດໝາຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີໃຫ້ລັດຖະສະພາແຕ່ລະປະເທດສະມາຊິກ AIPA ພ້ອມກັນຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານບັນດາປະເທດ ອາຊຽນ ຮັບມືກັບໂລກລະບາດ ດ້ວຍເລື່ອງເສີມຂະຫຍາຍບົດບາດຂອງຕົນຢ່າງແຮງ, ຜ່ານບັນດາມາດຕະການ ແລະ ນະໂຍບາຍໂດຍລັດຖະບານສະເໜີ ເພື່ອແນໃສ່ຮັບມືກັບໂລກລະບາດ; ສ້າງຄວາມສະດວກໃຫ້ແກ່ການຈັດແບ່ງແຫຼ່ງກຳລັງ ແລະ ເພີ່ມທະວີການເຊື່ອມຕໍ່ກັບປະຊາຊົນ. ທ່ານປະທານສະພາແຫ່ງຊາດເນັ້ນໜັກວ່າ: ຍິ່ງກວ່າເວລາໃດໝົດ,  ປະຊາຄົມ ອາຊຽນ ຕ້ອງຍົກສູງນ້ຳໃຈຄວາມສາມັກຄີ, ແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນຕໍ່ໜ້າສະພາບການຂອງໂລກລະບາດໂຄວິດ - 19. ບັນດາສະມາຊິກລັດຖະສະພາຕ້ອງສືບຕໍ່ແຜ່ຂະຫຍາຍສານແຫ່ງຄວາມສາມັກຄີ, ຄວາມຮັກແພງ, ລະດົມກຳລັງໃຈປະຊາຊົນທຸກຄົນ, ໂດຍສະເພາະແມ່ນບັນດາກຳລັງຢູ່ແນວໜ້າປ້ອງກັນ ແລະ ສະກັດກັ້ນໂລກລະບາດ.
ປະທານສະພາແຫ່ງຊາດ ຢັ້ງຢືນວ່າ ສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ແລະ ພ້ອມກັບການໜູນຊ່ວຍ ແລະ ຄວາມເຫັນດີເຫັນພ້ອມຂອງລັດຖະສະພາບັນດາປະເທດສະມາຊິກ AIPA ເພື່ອນຳມາເຊິ່ງຜົນສຳເລັດຂອງປີປະທານ, ເພື່ອສະພາບແວດລ້ອມການດໍາລົງຊີວິດແຫ່ງສັນຕິພາບ, ປອດໄພ ແລະ ມີຄວາມຜາສຸກມາໃຫ້ປະຊາຊົນ, ການພັດທະນາແບບຍືນຍົງ, ຄວາມວັດທະນາຖາວອນຂອງແຕ່ລະປະເທດ ອາຊຽນ ແລະ ໃນທົ່ວໂລກ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top