• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະຊາຄົມສາກົນ ເຊື່ອໝັ້ນ ຫວຽດນາມ ຈະປະຕິບັດບົດບາດຈັດຕັ້ງ ກອງປະຊຸມສຸດຍອດ ຄ້ັງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ເປັນຢ່າງດີ

ເລື່ອງເປັນປະເທດເຈົ້າພາບຈັດຕັ້ງເຫດການນີ້ ຫວຽດນາມ ສະແດງໃຫ້ເຫັນ ກໍາລັງຄວາມສາມາດປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັນດາບັນຫາສາກົນ.

ກ່ອນດໍາເນີນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ການນໍາ ອາເມລິກາ ແລະ ສປປ.ເກົາຫຼີ ຢູ່ຫວຽດນາມໃນວັນທີ 27 – 28 ກຸມພາ ຈະມາເຖິງ, ເອກອັກຄະລັດຖະທູດບັນດາປະເທດ ອາຊີ ປະຈໍາ ອີຢິບ ລ້ວນແຕ່ມີຄວາມເຊື່ອໝັ້ນ ຕໍ່ຜົນສໍາເລັດຂອງກອງປະຊຸມຄັ້ງນີ້.

        ທ່ານ ໄຈນະຣົງ - ກິລະຕິຍຸດວົງ ເອກອັກຄະລັດຖະທູດໄທ ປະຈໍາ ອີຢິບ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຖືຫວຽດນາມ ແລະ ໄທ ແມ່ນສະມາຊິກໃນຄອບຄົວ ອາຊຽນ. ໄທ ຮັບຮູ້ບົດບາດນັບມື້ນັບສູງຂຶ້ນຂອງຫວຽດນາມ ໃນພາກພື້ນ. ຕາມຂ້າພະເຈົ້າແລ້ວ, ເລື່ອງຫວຽດນາມ ໄດ້ຮັບການເລືອກເຟັ້ນເປັນປະເທດເຈ້ົາພາບຈັດຕັ້ງກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໃນຄັ້ງນີ້ ແມ່ນບາດກ້າວກະໂດດຂັ້ນອີກບາດກ້າວໜຶ່ງຂອງຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ຈະສວມບົດບາດຊ່ວຍໜູນຢ່າງຕັ້ງໜ້າໃຫ້ແກ່ກອງປະຊຸມຄັ້ງນີ້. ຂ້າພະເຈົ້າຫວັງວ່າ ການພົບປະຄັ້ງນີ້ ຈະນໍາມາເຊິ່ງສັນຕິພາບໃຫ້ແກ່ໃນພາກພື້ນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຫວຽດນາມ ສາມາດປະຕິບັດໜ້າທີ່ດັ່ງກ່າວໄດ້ເປັນຢ່າງດີ”.

        ທ່ານ Ông Premjith-Sadasivan ເອກອັກຄະລັດຖະທູດ ສິງກະໂປ ເຊິ່ງເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດຄັ້ງທໍາອິດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ  ໄດ້ຊົມເຊີຍ ຫວຽດນາມ ເມື່ອໄດ້ຮັບການເລືອກເຟັ້ນເປັນປະເທດຈັດຕັ້ງກອງປະຊຸມສໍາຄັນນີ້:

        “ຂ້າພະເຈົ້າ ຖືວ່າເລື່ອງເລືອກເອົາຫວຽດນາມ ເປັນປະເທດຈັດຕ້ັງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງສອງປະເທດທີ່ມີຕໍ່ ຫວຽດນາມ. ຂ້າພະເຈົ້າດີໃຈຫຼາຍ ແລະ ອວຍພອນຫວຽດນາມ ທີ່ໄດ້ຮັບການເລືອກເຟັ້ນເປັນປະເທດຈັດຕັ້ງກອງປະຊຸມສຸດຍອດທີ່ສໍາຄັນນີ້. ຄືກັນກັບ ສິງກະໂປ, ຫວຽດນາມ ມີບົດບາດເປັນປະເທດເຈົ້າພາບຈັດຕັ້ງການເຈລະຈາສໍາຄັນ ເຊິ່ງອາດຈະນໍາມາເຊິ່ງໝາກຜົນຕັ້ງໜ້າໃຫ້ແກ່ທົ່ວພາກພື້ນ.”

        ສ່ວນທ່ານ Yeocheol –Yoon ເອກອັກຄະລັດຖະທູດ ສ.ເກົາຫຼີປະຈໍາ ອີຢີບ ກໍໄດ້ຍົກອອກບັນດາຄວາມມຸ່ງຫວັງ ກ່ຽວກັບໝາກຜົນຂອງການເຈລະຈາ ເພື່ອມຸ່ງໄປສູ່ການສ້າງແຫຼມເກົາຫຼີປອດນິວເຄຼຍ ແລະ ມຸ່ງໄປສ່ສັນຕິພາບ ກັບ ອາເມລິກາ.

        ນອກຈາກນັ້ນ, ບັນດາອົງການສື່ສານໃຫຍ່ຂອງ ເຊັກໂກ ຄື CTK, ໜັງສືພິມ Blesk.... ກໍຖືວ່າ: ເລື່ອງເລືອກເອົາສະຖານທີ່ຈັດຕ້ັງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ ແມ່ນບັນຫາທີ່ສໍາຄັນທີ່ສຸດ ແລະ ຕ້ອງໄດ້ຮັບຄວາມເຫັນດີເຫັນພ້ອມຈາກທັງສອງຝ່າຍ. ໜຶ່ງໃນບັນດາສາເຫດ ເຮັດໃຫ້ ອາເມລິກາ ແລະ ສປປ.ເກົາຫຼີ ເລືອກເອົາ ຮ່າໂນ້ຍ ເປັນສະຖານທີ່ຈັດຕັ້ງເຫດການສໍາຄັນນີ້, ແມ່ນ ຫວຽດນາມ ມີການພົວພັນມິດຕະພາບທີ່ດີງາມ ກັບ ວໍຊິງຕັນ ກໍຄື ພຽງຢາງ ແລະ ສອງປະເທດ ລ້ວນແຕ່ມີສະຖານທູດ ປະຈໍາ ຮ່າໂນ້ຍ ແລະ ເລື່ອງເປັນປະເທດເຈົ້າພາບຈັດຕັ້ງເຫດການນີ້ ຫວຽດນາມ ສະແດງໃຫ້ເຫັນ ກໍາລັງຄວາມສາມາດປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນບັນດາບັນຫາສາກົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top