• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດຜະລິດຕະພັນການແປ “ນິພົນ ໂຮ່ຈີມິນ ຄົບຊຸດ”

      ວັນທີ 1 ກັນຍາ, ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ໄດ້ຈັດຕັ້ງພິທີປະກາດຜະລິດຕະພັນການແປ ນິພົນ ໂຮ່ຈີມິນ ຄົບຊຸດ - ເຫຼັ້ມ 1 ຈາກພາສາ ຫວຽດ ເປັນພາສາ ລາວ. 

ບັນດາຜູ້ແທນທີ່ພິທີປະກາດ
      ກ່າວຄຳເຫັນທີ່ພິທີ, ຮອງສາດສະດາຈານ, ປອ ທອງສະລິດ ມັງນໍ່ເມກ, ກຳມະການສູນກາງພັກ, ຜູ້ອຳນວຍການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ, ໄດ້ເນັ້ນໜັກວ່າ:
        “ບົດນິພົນໂຮ່ຈີມິນ ຄົບຊຸດ, ເຫຼັ້ມ 1 ເຊິ່ງລວມມີບັນດາບົດຂຽນ ແລະ ບົດປະພັນວັນນະຄະດີຂອງປະທານ ໂຮ່ຈີມິນ, ແຕ່ປີ 1921 ເຖິງປີ 1924, ທີ່ສ່ອງແສງໃຫ້ເຫັນການຫັນປ່ຽນໃນແນວຄິດຂອງເພິ່ນຈາກລັດທິຮັກຊາດ ຕະຫຼອດຮອດລັດທິສັງຄົມວິທະຍາສາດ, ເປັນຂີດໝາຍໃນການສ້າງຕັ້ງແນວຄິດ ໂຮ່ຈີມິນ ກ່ຽວກັບການປົດປ່ອຍຊາດ, ປົດປ່ອຍສັງຄົມ ແລະ ປົດປ່ອຍມະນຸດ, ກ່ຽວກັບຄວາມສາມັກຄີທົ່ວປວງຊົນ ທັງຊາດ ແລະ ຄວາມສາມັກຄີສາກົນ, ກ່ຽວກັບທິດທາງການປະຕິວັດ. ການແປນິພົນ ໂຮ່ຈີມິນ ຄົບຊຸດ, ເຫຼັ້ມ 1 ນີ້ແມ່ນໝາກຜົນໃນເບື້ອງຕົ້ນ, ຈະຮັບໃຊ້ໃຫ້ແກ່ການບຳລຸງສ້າງ ຝຶກອົບຮົບພະນັກງານ, ນັກວິທະຍາສາດທິດສະດີ ການເມືອງ- ການປົກຄອງ ແລະ ຮັບໃຊ້ໃຫ້ການປັບປຸງແຜນນະໂຍບາຍ, ນະໂຍບາຍຂອງພັກ ປະຊາຊົນປະຕິວັດ ລາວ ໃນແຕ່ລະໄລຍະໃຫ້ສົມບູນແບບ.”
        ໂຄງການ “ນິພົນໂຮ່ຈີມິນ ຄົບຊຸດ ຈາກພາສາ ຫວຽດ ເປັນພາສາ ລາວ” ລວມມີ ວຽກງານການແປ ບັນດາບົດຕ່າງໆ ໃນປື້ມ “ນິພົນ ໂຮ່ຈີມິນ ຄົບຊຸດ” ດ້ວຍ 15 ເຫຼັ້ມ ແລະ ວັດຈະນານຸກົມ “ໂຮ່ຈີມິນ ວິທະຍາ”. ນີ້ເປັນຄັ້ງທຳອິດທີ່ປື້ມ “ນິພົນ ໂຮ່ຈີມິນ ຄົບຊຸດ” ໄດ້ແປເປັນພາສາ ລາວ ແລະ ຄາດວ່າ, ໂຄງການຈະແກ່ຍາວຮອດປີ 2018.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top