• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດບັນຊີລາຍຊື່ຜູ້ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ XV

ຜົນສຳເລັດຂອງການເລືອກຕັ້ງເປັນການສະແດງໃຫ້ເຫັນ ກຳລັງແຮງສັງລວມຂອງປະຊາຊົນ, ລະບົບການເມືອງ ພາຍໃຕ້ການຊີ້ນຳນຳພາຂອງພັກ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນແກ່ນຂອງປະຊາຊົນຕໍ່ລະບອບ, ຕໍ່ພັກ, ລັດ.
ທ່ານ ເຈີນແທງເໝີນ ຮອງປະທານ ປະຈຳການສະພາເລືອກຕັ້ງແຫ່ງຊາດ 

ຕອນບ່າຍວັນທີ 10 ມິຖຸນາ ຢູ່ ຫໍສະພາແຫ່ງຊາດ ໄດ້ດຳເນີນການຖະແຫລງຂ່າວປະກາດມະຕິຂອງ ສະພາເລືອກຕັ້ງແຫ່ງຊາດ ກ່ຽວກັບໝາກຜົນການເລືອກຕັ້ງ ແລະ ບັນຊີລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ ) ຊຸດທີ XV. ຕາມນັ້ນແລ້ວ ມີ 499 ທ່ານໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ XV.

ກ່າວຄຳເຫັນໄຂການຖະແຫລງຂ່າວ, ທ່ານ ເຈີນແທງເໝີນ ຮອງປະທານ ປະຈຳການສະພາເລືອກຕັ້ງແຫ່ງຊາດ ເນັ້ນຫນັກວ່າ ການເລືອກຕັ້ງດຳເນີນໄປໃນບັນຍາກາດເບິກບານມ່ວນຊື່ນ, ປະຊາທິປະໄຕ, ສະເຫມີພາບ ຖືກຕ້ອງກັບກົດໝາຍ, ປອດໄພ, ປະຢັດ, ປະສົບຜົນສຳເລັດຢ່າງຈົບງາມ ແມ່ນວັນບຸນໃຫຍ່ຂອງທົ່ວປວງຊົນທັງຊາດ ດ້ວຍຍອດຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດແມ່ນ 99,6%.

ວຽກງານບຸກຄະລາກອນໄດ້ຮັບການປະຕິບັດຢ່າງປະຊາທິປະໄຕ, ເປີດເຜີຍ, ວິທະຍາສາດ, ຖືກກັບຂັ້ນຕອນ, ການຂົນຂວາຍຫາສຽງເລືອກຕັ້ງແມ່ນປະຕິບັດຕາມກົດໝາຍ, ມີຄວາມໄຫວພິບ, ປະດິດຄິດສ້າງ, ຮັບປະກັນການປ້ອງກັນ ຕ້ານໂລກລະບາດໂຄວິດ 19. ຜົນສຳເລັດຂອງການເລືອກຕັ້ງເປັນການສະແດງໃຫ້ເຫັນ ກຳລັງແຮງສັງລວມຂອງປະຊາຊົນ, ລະບົບການເມືອງ ພາຍໃຕ້ການຊີ້ນຳນຳພາຂອງພັກ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນ ແລະ ຄວາມໄວ້ເນື້ອເຊື່ອໃຈຢ່າງໝັ້ນແກ່ນຂອງປະຊາຊົນຕໍ່ລະບອບ, ຕໍ່ພັກ, ລັດ.

(ແຫຼ່ງຄັດຈາກ VOV)

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top