• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະກາດຄຳສັ່ງຂອງປະທານປະເທດກ່ຽວກັບກົດໝາຍ 9 ສະບັບທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາ

ບັນດາກົດໝາຍໄດ້ປະກາດໃຊ້ລວມມີ: ກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ ເລີ່ມມີຜົນສັກສິດແຕ່ວັນທີ 01 ຕຸລາ 2025; ກົດໝາຍວ່າດ້ວຍການຄຸ້ມຄອງ ແລະ ລົງທຶນແຫ່ງລັດຢູ່ວິສາຫະກິດ.
ກອງປະຊຸມຖະແຫຼງຂ່າວປະກາດຄຳສັ່ງຂອງປະທານປະເທດ (ພາບ: VGP)

ຕອນເຊົ້າວັນທີ 11 ກໍລະກົດ, ຢູ່ທຳນຽບປະທານປະເທດ, ຫ້ອງວ່າການປະທານປະເທດ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດຄຳສັ່ງຂອງປະທານປະເທດ ລວມມີກົດໝາຍ 9 ສະບັບ ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 9.

        ບັນດາກົດໝາຍໄດ້ປະກາດໃຊ້ລວມມີ: ກົດໝາຍວ່າດ້ວຍອາກອນລາຍຮັບວິສາຫະກິດ ເລີ່ມມີຜົນສັກສິດແຕ່ວັນທີ 01 ຕຸລາ 2025; ກົດໝາຍວ່າດ້ວຍການຄຸ້ມຄອງ ແລະ ລົງທຶນແຫ່ງລັດຢູ່ວິສາຫະກິດ ລວມມີ 9 ພາກ, 59 ມາດຕາ, ເລີ່ມມີຜົນສັກສິດແຕ່ວັນທີ 01 ສິງຫາ 2025; ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ເລີ່ມມີຜົນສັກສິດແຕ່ວັນປີການເງິນ 2026; ບັນດາກົດໝາຍ, ຄື: ກົດໝາຍວ່າດ້ວຍວຽກເຮັດງານທຳ; ກົດໝາຍວ່າດ້ວຍພາສີອາກອນຈຳໜ່າຍພິເສດ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການໂຄສະນາ; ກົດໝາຍວ່າດ້ວຍທາດເຄມີ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການນຳໃຊ້ພະລັງງານປະຢັດ ແລະ ມີປະສິດທິຜົນ ເລີ່ມມີຜົນສັກສິດແຕ່ວັນທີ 01 ມັງກອນ 2026.

(ແຫຼ່ງຄັດຈາກ VOV)

Viettel ນຳ​ເອົາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ທັນ​ສະ​ໄໝ​ໄປ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ

Viettel ນຳ​ເອົາ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ທັນ​ສະ​ໄໝ​ໄປ​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ປ້ອງ​ກັນ​ຊາດ​ໃຫຍ່​ສຸດ​ໃນ​ພາກ​ພື້ນ ອາ​ຊີ - ເອີ​ຣົບ

SAHA 2026 ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ປ້ອງ​ກັນ​ຊາດ, ການ​ບິນ​ອາ​ວະ​ກາດ ແລະ ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ໃຫຍ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ເອີ​ຣົບ ໄດ້​ເຕົ້າ​ໂຮມ​ວິ​ສາ​ຫະ​ກິດກວ່າ 1700 ແຫ່ງ ທີ່​ມາ​ຈາກ 120 ປະ​ເທດ.

Top