• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບໍລິສັດປະກັນໄພ ລາວ-ຫວຽດ ຢືນຢັນເຄື່ອງໝາຍ ການຄ້າຢູ່ລາວ

ການເຊັນສັນຍາປະກັນເຮືອບິນ AirbusA320 ສອງລຳ ຂອງບໍລິສັດການບິນລາວໄດ້ເຮັດ ໃຫ້  LVI ກາຍເປັນບໍລິສັດນຳໜ້າທາງດ້ານປະກັນໄພ, ຢືນຢັນເຄື່ອງໝາຍການຄ້າ ແລະ ຊື່ສຽງ ຂອງ LVI ຢູ່ ສປປ. ລາວ...
ຜູ້ອຳນວຍການໃຫຍ່ LVI ຫວູມິງຫາຍ
ກ່າວໃນພິທີເຊັນສັນຍາ ປະກັນໄພກັບ Lao Airlines

ພິທີເຊັນສັນຍາ ຢ່າງເປັນທາງການ
ຕອນແລງວັນທີ 28ຕຸລາ 2011ທີ່ນະຄອນຫຼວງວຽງຈັນ, ບໍລິສັດຮ່ວມ ທຸລະກິດ ປະກັນໄພ ລາວ-ຫວຽດ (LVI)ແລະ ບໍລິສັດການບິນລາວ (Lao Airlines) ໄດ້ເຊັນສັນຍາປະກັນເຮືອບິນ Airbus A320 ສອງລຳ,ດ້ວຍລະດັບຄວາມຮັບຜິດຊອບປະກັນໄພມູນຄ່າ850ລ້ານໂດ ລາສະຫະລັດ,ໃນນັ້ນປະກັນໃຫ້ແກ່ເຮືອບິນ,ຜູ້ໂດຍສານ,ຜູ້ທີສາມ,ເຄື່ອງ ສຳພາລະ,ສິນຄ້າ.ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຢາກົວ ລໍ່ປາງຂາວ (YakuaLopangkhao), ຫົວໜ້າກົມການບິນລາວ, ຜູ້ຕາງໜ້າ ທະນາຄານແຫ່ງລັດ,ກະຊວງການເງິນ, ທະນາຄານການຄ້າຕ່າງປະເທດ ລາວ(BCEL),ທະນາຄານຮ່ວມທຸລະກິດລາວ-ຫວຽດ(LVB). ທ່ານ ຫວູມິງຫາຍ,ຜູ້ອຳນວຍການໃຫຍ່ LVI ໃຫ້ຮູ້ວ່າ: ນອກຈາກການຊ່ວຍ ເຫຼືອຂອງ BCELແລະ ຄວາມໄວ້ວາງໃຈຂອງ LaoAirlines, ເພື່ອ ປະກັນໄພໃຫ້ແກ່ການບໍລິການດັ່ງກ່າວ, LVIໄດ້ສົມທົບກັບWillis Li mited ຜູ້ເປັນສື່ກາງປະກັນໄພເປັນຄັ້ງໃໝ່ ຢູ່ລອນດອນ-ອັງກິດ, ເພື່ອ ຮ່ວມກັນຮັບປະກັນ ດ້ານການບໍລິການ ຄວາມປອດໄພທາ ງດ້ານການ ເງິນ. ນອກຈາກນັ້ນ LVI ຍັງໄດ້ມີການພົວພັນກັບ ບໍລິສັດສັນນະສູດAirclaimsເພື່ອພ້ອມທີ່ຈະປະສົມປະສານແກ້ໄຂຜົນເສຍຫາຍ ເມື່ອມີ ອຸບັດຕິເຫດເກີດຂຶ້ນ.
ບໍລິສັດຮ່ວມທຸລະກິດປະກັນໄພລາວ-ຫວຽດ (LVI)ໄດ້ຮັບການສ້າງຕັ້ງ ຂຶ້ນ ແລະເປີດການເຄື່ອນໄຫວ ມາແຕ່ເດືອນມິຖຸນາ 2008,ໂດຍອີງໃສ່ ພື້ນຖານແຫ່ງຄວາມເປັນມິດຕະພາບແບບພິເສດ ຂອງສອງປະເທດລາວ ແລະຫວຽດນາມ,ດ້ວຍສະມາຊິກທີ່ຖືກຕັ້ງຂຶ້ນເປັນຄັ້ງທຳອິດ ແມ່ນສະຫະບໍລິສັດຫຸ້ນສ່ວນປະກັນໄພຂອງທະນາຄານການລົງທຶນ ແລະພັດທະນາ ຫວຽດນາມ (BIC),ທະນາຄານການຄ້າຕ່າງປະເທດລາວ(BCEL)ແລະ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ (LVB). ຫຼັງຈາກທີ່ເປີດ ການເຄື່ອນໄຫວມາໄດ້ 3 ປີ, LVI ໄດ້ກ້າວຂຶ້ນອັນດັບ 2 ໃນ 6 ບໍລິສັດປະກັນໄພຢູ່ ສປປ ລາວ ໂດຍມີລາຍຮັບບໍ່ຕໍ່າກວ່າ 200% ຕໍ່ປີ. ການຮັບປະກັນໄພ ເຮືອບິນ AirbusA320ສອງລຳທຳອິດ ໃຫ້ແກ່ບໍລິສັດການບິນລາວນັ້ນ ໄດ້ເຮັດໃຫ້ LVIກາຍເປັນບໍລິສັດນຳໜ້າໃນການ ປະກັນໄພດ້ານການບິນຢູ່ລາວ,ເປັນຂີດໝາຍການຈະເລີນເຕີບໂຕຂອງເຄື່ອງໝາຍການຄ້າ ແລະ ຊື່ສຽງຂອງ LVIເວົ້າສະເພາະ ແລະ ເວົ້າລວມ ແມ່ນບັນດາທຸລະກິດຫວຽດນາມ ທີ່ຮ່ວມມືລົງທຶນ ຢູ່ ສປປ. ລາວ…
ໂດຍ: ຮວ່າງເຈືອງ (ວຽນຈັນ)

ໃຫ້​ບູ​ລິ​ມະ​ສິດ​ສູງ​ສຸດ​​ແກ່​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ໃຫ້​ບູ​ລິ​ມະ​ສິດ​ສູງ​ສຸດ​​ແກ່​ການ​ປັບ​ປຸງ ແລ​ະ ເພີ່ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ສປປ.ລາວ, ຕອນເຊົ້າວັນທີ 25 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.

Top