• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ສະແດງໃຫ້ເຫັນວິໄສທັດຍຸດທະສາດກ່ຽວກັບພາລະກິດປະຕິວັດຢູ່ ຫວຽດນາມ

      ນັກຂ່າວ ງວຍກວຍ ເນັ້ນໜັກວ່າ: ພັກກອມມູນິດ ຫວຽດນາມ ຢຶດໝັ້ນຕໍ່ທັດສະນະທີ່ວ່າ ລັດແມ່ນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ຖືປະຊາຊົນເປັນໃຈກາງ, ທຸກຄວາມຄິດ ແລະ ການກະທຳຍາມໃດກໍ່ເລີ່ມມາຈາກຜົນປະໂຫຍດຂອງປະຊາຊົນ, ຍາມໃດກໍ່ຖືຜົນປະໂຫຍດຂອງປະຊາຊົນເປັນເປົ້າໝາຍສູ້ຊົນສູງທີ່ສຸດ. 
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ
      ບົດຂຽນ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ແມ່ນບົດຂຽນສຳຄັນ, ສະແດງໃຫ້ເຫັນວິໄສທັດຍຸດທະສາດ, ເຕົ້ນໂຮມສິ່ງຍອດຍິ່ງທາງດ້ານພູມປັນຍາ, ສຸດອົກສຸດໃຈຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ຕໍ່ພາລະກິດປະຕິວັດ ຢູ່ ຫວຽດນາມ ບົນພື້ນຖານນຳໃຊ້, ສະຫຼຸບລັດທິມາກ - ເລນິນ ທີ່ຕິດພັນກັບສະພາບພຶດຕິກຳຕົວຈິງຢູ່ ຫວຽດນາມ ຢ່າງນິ້ມນວນ. ຕາມນັກຂ່າວ ງວຍກວຍ ຫົວໜ້າພະແນກພາສາ ຫວຽດ ຂອງວິທະຍຸກະຈາຍສຽງສາກົນແຫ່ງຊາດ ຈີນ (CRI) ແລ້ວ, ບົດຂຽນຂອງ ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ຮັບຄວາມສົນໃຈເປັນພິເສດຂອງວົງການນັກການເມືອງ ແລະ ນັກຊ່ຽວຊານທິດສະດີຂອງ ຈີນ. ບົດຂຽນໄດ້ນຳມາເຊິ່ງບັນດາຫົວຄິດປະດິດສ້າງ, ຂໍ້ສະຫຼຸບໃໝ່ກ່ຽວກັບທິດສະດີຂອງ ພັກກອມມູນິດ ຫວຽດນາມ, ປະກອບສ່ວນເຮັດໃຫ້ລັດທິມາກ - ເລນິນອຸດົມສົມບູນຕື່ມອີກ, ປະກອບສ່ວນສຳຄັນເຂົ້າໃນລະບົບທິດສະດີສັງຄົມນິຍົມໃນທົ່ວໂລກ.
ນັກຂ່າວ ງວຍກວຍ ເນັ້ນໜັກວ່າ: ພັກກອມມູນິດ ຫວຽດນາມ ຢຶດໝັ້ນຕໍ່ທັດສະນະທີ່ວ່າ ລັດແມ່ນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ຖືປະຊາຊົນເປັນໃຈກາງ, ທຸກຄວາມຄິດ ແລະ ການກະທຳຍາມໃດກໍ່ເລີ່ມມາຈາກຜົນປະໂຫຍດຂອງປະຊາຊົນ, ຍາມໃດກໍ່ຖືຜົນປະໂຫຍດຂອງປະຊາຊົນເປັນເປົ້າໝາຍສູ້ຊົນສູງທີ່ສຸດ. ພາຍໃຕ້ການຊີ້ນນຳນຳພາຂອງພັກກອມມູນິດ ຫວຽດນາມ, ການຄຸ້ມຄອງລວມສູນຂອງລັດ, ການສົມທົບກັນຢ່າງແໜ້ນແຟ້ນ, ຄວາມຮ່ວມແຮງຮ່ວມໃຈຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນ, ຫວຽດນາມ ບັນລຸໄດ້ບັນດາຜົນງານພັດທະນາຢ່າງໃຫຍ່ຫຼວງ, ພວມເດີນຕາມການກຳນົດທິດກາຍເປັນປະເທດ ທີ່ມີປະຊາຊົນຮັ່ງມີ, ມີປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ໂດຍພື້ນຖານ, ສູ້ຊົນປະຕິບັດເປົ້າໝາຍພັດທະນາປະເທດຊາດ ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top