• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຍົກໃຫ້ເຫັນຢ່າງຈະແຈ້ງ ການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງໃນການກໍ່ສ້າງສັງຄົມນິຍົມຢູ່ ຫວຽດນາມ

      ທ່ານ Kenny Coyle ຖືວ່າ ບົດຂຽນໄດ້ອະທິບາຍໃຫ້ບັນດາຜົນສຳເລັດຂອງ ຫວຽດນາມ ແລະ ຍົກອອກກຳລັງແຮງຂອງປະເທດ ຫວຽດນາມ ທີ່ທັນສະໄໝ. 
ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ (ພາບ: TTXVN)
      ບົດຂຽນ “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບ ສັງຄົມນິຍົມ ແລະ ເສັ້ນທາງມຸ່ງໄປເຖິງສັງຄົມນິຍົມຢູ່ ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງການປ່ຽນແປງໃໝ່, ຫົວຄິດປະດິດສ້າງ ໃນການກໍ່ສ້າງສັງຄົມນິຍົມ ຢູ່ ຫວຽດນາມ,
ຕາມນັ້ນແລ້ວ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ໄດ້ຮັບບັນດາຫຼັກມູນພື້ນຖານຂອງ ລັດທິ ມາກ - ເລນິນ ເທົ່ານັ້ນ ຫາກຍັງ ນຳໃຊ້ເຂົ້າໃນຕົວຈິງຢ່າງສຳເລັດຢູ່ສັງຄົມ ຫວຽດນາມ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນໂລກ. ນັ້ນແມ່ນຂໍ້ສັງເກດຂອງ ທ່ານ Kenny Coyle , ກຳມະການຄະນະພົວພັນຕ່າງປະເທດ ພັກກອມມູນິດ ອັງກິດ ໃນການໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ຫວຽດນາມ.
ທ່ານ Kenny Coyle ຖືວ່າ ບົດຂຽນໄດ້ອະທິບາຍໃຫ້ບັນດາຜົນສຳເລັດຂອງ ຫວຽດນາມ ແລະ ຍົກອອກກຳລັງແຮງຂອງປະເທດ ຫວຽດນາມ ທີ່ທັນສະໄໝ. ທ່ານ ກໍ່ເນັ້ນໜັ້ກເຖິງທຸກໆຄົນທີ່ມີຄວາມສົນໃຈ ຕໍ່ການສືບຕໍ່ພັດທະນາລັດທິມາກເລນິນ, ບັນດາໄລຍະຂ້າມຜ່ານຂອງ ສັງຄົມນິຍົມ ແລະ ບັນດາກາລະໂອກາດປ່ຽນແປງໃໝ່ສັງຄົມນິຍົມໃນທົ່ວໂລກ ລ້ວນແຕ່ຕ້ອງໄດ້ຮັບການຄົ້ນຄ້ວາ ປະກອບສ່ວນເຂົ້າໃນດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ຂອງພັກກອມມູນິດ ຫວຽດນາມ ໃນການສ້າງສັງຄົມນິຍົມ.
(ທ່ານ ວາງກວນ ຕອບສຳພາດຕໍ່ນັກຂ່າວ VOV)
      ໂດຍແມ່ນນັກຮຽນຮູ້ທີ່ມີຊື່ສຽງຂອງຈີນ, ທ່ານ ວາງກວນ, ສະມາຊິກປະຈຳການຂອງສູນຄົ້ນຄວ້າລັດທິສັງຄົມນິຍົມໂລກ ຂຶ້ນກັບສະຖາບັນວິທະນາສາດສັງຄົມຈີນ, ໄດ້ຕີລາຄາສູງບົດຂຽນດັ່ງກ່າວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ທ່ານຢືນຢັນວ່າ, ບົດຂຽນໄດ້ເຮັດໃຫ້ທ່ານ “ມີຄວາມເຊື່ອໝັ້ນເຂົ້າໃນອະນາຄົດພັດທະນາຂອງຫວຽດນາມ” ແລະ ມີຄວາມປະທັບໃຈກັບບັນດາການໄຈ້ແຍກກ່ຽວກັບ “ເອກະລາດຊົນຊາດຕິດພັນກັບສັນຄົມນິຍົມ” ໃນບົດຂຽນ, ທ່ານເອື້ນນີ້ແມ່ນການ “ປະດິດຄິດສ້າງດ້ານທິດສະດີ” ເມື່ອເປັນເອກະພາບຢ່າງສັດຈະວິພາກການພົວພັນລະຫວ່າງລັດທິສັງຄົມນິຍົມ ກັບເອກະລາດຊົນຊາດ ແລະ ຄວາມເປັນເຈົ້າຂອງປະເທດ.
        ທ່ານ ວາງກວນ ປາດຖະໜາວ່າ, ໂດຍແມ່ນ 2 ປະເທດສັມຄົມນິຍົມ ແລະ ກໍ່ແມ່ນບັນດາພື້ນຖານເສດຖະກິດທີ່ເຕັມໄປດ້ວຍແງ່ຫວັງ ດ້ວຍລະດັບເຕີບໂຕແຖວໜ້າໂລກ, ຫວຽດນາມ ແລະ ຈີນ ຈະສາມັກຄີກັນ, ຮ່ວມມື ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ເພື່ອພ້ອມກັນຮັບເອົາບັນດາກາລະໂອກາດ ແລະ ຜ່ານຜ່າບັນດາສິ່ງທ້າທາຍ ບົນເສັ້ນທາງກໍ່ສ້າງລັດທິສັງຄົມນິຍົມໃນອະນາຄົດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top