• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບຸນເຕັດປະຊາຄົມປີມະເມຍ ຈັດຂຶ້ນຢ່າງອົບອຸ່ນຢູ່ຫຼາຍປະເທດ

ວັນທີ 07 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດລາຍການ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2026” ຕ້ອນຮັບບຸນເຕັດປີມະເມຍ ຢູ່ນະຄອນຫຼວງ ກາຍໂຣ.
(ທ່ານ ຫງວຽນນາມເຢືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ)

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນນາມເຢືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ, ປາດຖະໜາວ່າ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ອີຢິບ ໝົດທຸກຄົນ ຈະອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ, ຮັກສາສີສັນວັດທະນະທຳ, ມູນເຊື້ອ, ພາສາຂອງຊາດ; ສືບຕໍ່ໂຄສະນາພາບພົດ, ມະນຸດ ແລະ ວັດທະນະທຳທີ່ສວຍງາມຂອງປະເທດ ຫວຽດນາມ ໄປເຖິງເພື່ອນມິດ ອີຢິບ.

ເຂົ້າຮ່ວມເຫດການປີນີ້, ເອື້ອຍ ເລແທັງຖຸຍ, ຊາວ ຫວຽດນາມ ອາໄສຢູ່ ອີຢິບ, ແບ່ງປັນວ່າ

“ປີໃດພໍ່ແມ່ປະຊາຊົນກໍເຕົ້າໂຮມກັນມາສະຖານທູດເພື່ອຕ້ອນຮັບບຸນເຕັດ. ທຸກຄົນມີຄວາມກະຕືລືລົ້ນຍ້ອນໃນປີໜຶ່ງພຽງມີ 1 ມື້ຄືດັ່ງໄດ້ກັບເມືອບ້ານ. ເຖິງວ່າຢູ່ຫ່າງຈາກບ້ານເກີດເມືອງນອນ, ແຕ່ຂ້າພະເຈົ້າຍາມໃດກໍ່ຕິດຕາມຂ່າວຄາວຂອງ ຫວຽດນາມ, ເຫັນວ່າ ຫວຽດນາມ ພັດທະນາຢ່າງແຮງທີ່ສຸດ. ຂໍອວຍພອນໃຫ້ພໍ່ແມ່ປະຊາຊົນ ຫວຽດນາມ ຢູ່ ອີຢິບ ແລະ ພາຍໃນປະເທດຈົ່ງມີສຸຂະພາບເຂັ້ມແຂງ, ການທຳມາຫາກິນມື້ນັບຈະເລີນຮັ່ງມີ.

ສ່ວນນ້ອງ ຫງວຽນທິເຟືອງເຟືອງ, ນັກສຶກສາມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ປະຈຸບັນພວມຮ່ຳຮຽນຢູ່ ອີຢິບ, ໃຫ້ຮູ້ວ່າ:

“ເປັນຄັ້ງທຳອິດທີ່ນ້ອງໄດ້ຕ້ອນຮັບບຸນເຕັດຢູ່ ອີຢິບ, ເຖິງວ່າແມ່ນຫ່າງໄກຈາກຄອບຄົວ ແລະ ບ້ານເກີດເມືອງນອນ ແຕ່ນ້ອງຍັງຮູ້ສຶກໄດ້ຄວາມເອົາໃຈໃສ່ ແລະ ການເບິ່ງແຍງຈາກບັນດາຜູ້ຢູ່ອ້ອມຂ້າງ. ນີ້ແມ່ນການປະພຶດທີ່ພິເສດ ແລະ ໜ້າຈົດຈຳສຳລັບນ້ອງ. ນ້ອງຂໍອວຍພອນໃຫ້ບັນດາຜູ້ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອີຢິບ ຈົ່ງປະສົບແຕ່ສິ່ງດີງາມ, ມີຄວາມຜາສຸກ ແລະ ສະຫງົບສຸກໃນປີໃໝ່”.

ໃນຂອບເຂດຂອງລາຍການ, ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ອີຢິບ ແລະ ເພື່ອນມິດສາກົນ ໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອໃນວັນບຸນເຕັດ ຫວຽດນາມ, ຄື: ເຂົ້າຕົ້ມ, ເຝີ, ຢໍ່ຈືນ.

(ງານບຸນ “ບຸນເຕັດ ຫວຽດນາມ ແລະ Masopust ເຊັກໂກ”)

ຕອນຄ່ຳວັນທີ 07 ກຸມພາ, ຢູ່ສູນການຄ້າ ຊາປາ, ນະຄອນຫຼວງ Praha, ສ.ເຊັກໂກ, ໄດ້ຈັດງານບຸນ “ບຸນເຕັດ ຫວຽດນາມ ແລະ Masopust ເຊັກໂກ”. ງານບຸນແມ່ນເພື່ອສ້າງພື້ນທີ່ຕິດພັນປະຊາຄົມຊາວ ຫວຽດນາມ ປະຈຳ ເຊັກໂກ, ພ້ອມກັນນັ້ນ, ກໍ່ແຜ່ກະຈາຍມູນເຊື້ອຂອງ 2 ປະເທດ.

ຕອນຄ່ຳວັນດຽວກັນຢູ່ນະຄອນຫຼວງ ວຽນ, ສະຖານທູດ ຫວຽດນາມ ປະຈຳ ສ.ໂອຕາລິດ ກໍ່ໄດ້ຈັດລາຍການບຸນເຕັດປະຊາຄົມ 2026 ດ້ວຍສານທີ່ວ່າ “ອວ່າຍໜ້າເມືອຫາບ້ານເກີດເມືອງນອນ - ຄວາມສະໜິດຕິດພັນທີ່ເອກອ້າງທະນົງໃຈ - ຮ່ວມເດີນທາງກັບຄວາມຄາດຫວັງ”.

(ແຫຼ່ງຄັດຈາກ VOV)

ສະພາສັນຕິພາບ ກາຊາ ຈະຈັດກອງປະຊຸມຄັ້ງທຳອິດ

ສະພາສັນຕິພາບ ກາຊາ ຈະຈັດກອງປະຊຸມຄັ້ງທຳອິດ

ມີກວ່າ 20 ປະເທດ, ໃນນັ້ນມີ ອິດສະຣາແອັນ, ໄດ້ຮັບຄຳເຊີນເຂົ້າຮ່ວມສະພາສັນຕິພາບ.

Top