• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບາດກ້າວເດີນໃຫຍ່ເພື່ອ ສົ່ງໝາກໄມ້ ຫວຽດນາມ ໄປຂາຍຢູ່ ອາເມລິກາ

ສາຂາຫ້ອງການການຄ້າ ປະຈຳ San Francisco ໄດ້ປຸກລະດົມ, ສົມທົບກັບບັນດາອົງການ, ວິສາຫະກິດພາຍໃນປະເທດ ແລະ ບັນດາວິສາຫະກິດ ອາເມລິກາ ເພື່ອຜັນຂະຫຍາຍການນຳເຂົ້າໝາກລີ້ນຈີ່ສົດຂອງ ຫວຽດນາມ ໄປຂາຍຢູ່ຕະຫຼາດ ອາເມລິກາ
  ຂັ້ນຕອນເລືອກເຟັ້ນໃນບໍລິສັດສົ່ງອອກໝາກໄມ້ແຫ່ງໜື່ງຢູ່ແຂວງ ບັກຢາງ (ພາບ: Vũ Sinh/TTXVN)  

ຕະຫຼາດເອີລົບ - ທະວີບອາເມລິກາ (ຂຶ້ນກັບກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ) ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຄຳຊີ້ນຳຂອງກະຊວງອຸດສາຫະກຳ - ການຄ້າ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco (ປະເທດ ອາເມລິກາ) ໄດ້ຜັນຂະຫຍາຍແຜນຮ່າງນຳສິນຄ້າ ຫວຽດນາມ ເຂົ້າລະບົບຈຳໜ່າຍຕ່າງປະເທດ ແຕ່ຕົ້ນປີ 2022. ຕາມນັ້ນແລ້ວ, ສາຂາຫ້ອງການການຄ້າ ປະຈຳ San Francisco  ໄດ້ປຸກລະດົມ, ສົມທົບກັບບັນດາອົງການ, ວິສາຫະກິດພາຍໃນປະເທດ ແລະ ບັນດາວິສາຫະກິດ ອາເມລິກາ ເພື່ອຜັນຂະຫຍາຍການນຳເຂົ້າໝາກລີ້ນຈີ່ສົດຂອງ ຫວຽດນາມ ໄປຂາຍຢູ່ຕະຫຼາດ ອາເມລິກາ, ພິເສດແມ່ນບັນດາລັດຂຶ້ນກັບ ອາເມລິກາ ຕາເວັນຕົກ. ພາຍຫຼັງມານະພະຍາຍາມຫຼາຍຢ່າງ, ຫວ່າງແລ້ວນີ້, ໝາກລີ້ນຈີ່ຖ້ຽວທຳອິດໄດ້ຂົນສົ່ງດ້ວຍທາງທະເລຈາກແຂວງ ບັກຢາງ ແລະ ຫາຍເຢືອງ ໂດຍບໍລິສັດ Dragonberry Produce ຈຳໜ່າຍ ແລະ ວາງຂາຍຢູ່ລະບົບຮ້ານສັບພະສິນຄ້າ Safeway ແລະ Albersons ຢູ່ລັດ Washington, Oregon ແລະ California. ນີ້ແມ່ນລະບົບຮ້ານສັບພະສິນຄ້າໃຫຍ່ຢູ່ເຂດຕາເວັນຕົກຂອງປະເທດ ອາເມລິກາ; ໃນນັ້ນ Safeway ມີ 773 ຮ້ານ, Albersons ມີ 340 ຮ້ານ. ຕາມກົມຕະຫຼາດເອີລົບ - ທະວີບອາເມລິກາ, ອາດຈະຖືວ່ານີ້ແມ່ນບາດກ້າວເດີນໃຫຍ່ໃນການຊຸກຍູ້ການບໍລິໂພກໝາກໄມ້ຂອງ ຫວຽດນາມ ເວົ້າລວມ ແລະ ໝາກລີ້ນຈີ່ເວົ້າສະເພາະຢູ່ຕະຫຼາດ ອາເມລິກາ. ຍ້ອນວ່າ, ກ່ອນນີ້, ສ່ວນຫຼາຍໝາກລີ້ນຈີ ຫວຽດນາມ ໄດ້ສົ່ງຂາຍຢູ່ອາເມລິກາ ພຽງໄດ້ວາງຂາຍຢູ່ຕະຫຼາດມູນເຊື້ອ, ຮ້ານສັບພະສິນຄ້າຂະໜາດນ້ອຍເພື່ອຮັບໃຊ້ຊາວອາເມລິກາ ເຊື້ອຊາດ ອາຊີເທົ່ານັ້ນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top