• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ແຂວງ​ທາງ​ພາກ​ໃຕ້ ຮັກ​ສາ​ເຂດ​ປອດ​ໄພ, ກຽມ​ພ້ອມ​ໃຫ້​ແກ່​ທຸກ​ກໍ​ລະ​ນີ​​ເກີດ​ຂຶ້ນ

ຕອນບ່າຍວັນທີ 16 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ຈັດກອງປະຊຸມທາງອອນລາຍກັບບັນດາການນຳແຂວງ, ນະຄອນເຂດພາກໃຕ້ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19  (ພາບ: TTXVN)

ປັດຈຸບັນ, ນະຄອນໂຮ່ຈີມິນ ແລະ ບາງທ້ອງຖິ່ນໃກ້ຄຽງ ໄດ້ປະຕິບັດການແຍກຫ່າງໃນສັງຄົມ ຕາມຄຳສັ່ງເລກທີ 15, ຄຳສັ່ງເລກທີ 16 ຂອງລັດຖະບານ. ເຖິງຢ່າງໃດກໍ່ຕາມ, ສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ມີຄວາມສ່ຽງແຜ່ລາມອອກສູ່ບັນດາແຂວງ, ນະຄອນຕ່າງໆ. ດັ່ງນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນເຂດພາກໃຕ້ ຕ້ອງຍົກສູງບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຫຼາຍກ່ວາອີກ, ກຽມພ້ອມການຮັບມືກັບກໍລະນີທີ່ຮ້າຍແຮງເກີດຂຶ້ນ. ນອກຈາກການປະຕິບັດການຄົ້ນຫາຜູ້ຕິດເຊື້ອ, ວິໄຈຫາເຊື້ອ, ທຳຄວາມສະອາດເຂດແຜ່ລະບາດໂຄວິດ - 19, ບັນດາທ້ອງຖິ່ນຕ້ອງມີແຜນການຮັກສາບັນດາເຂດປອດໄພ.

ຄະນະຊີ້ນຳແຫ່ງຊາດຈະລາຍງານຕໍ່ລັດຖະບານ ເພື່ອຊີ້ນຳຕາມຈິດໃຈຍົກສູງການແຈ້ງເຕືອນສຳລັບປະຊາຄົມ ແລະ ອາດຈະນຳໃຊ້ບັນດາມາດຕະການເຄັ່ງຄັດກ່ວາໃນປັດຈຸບັນຢູ່ຫຼາຍແຂວງ, ນະຄອນເພື່ອຮັບປະກັນຢ່າງຄົບຊຸດໃນການປ້ອງກັນ, ຕ້ານໂລກລະບາດໃນບໍລິເວນພາກຕາເວັນອອກ ແລະ ເຂດຕາເວັນຕົກສ່ຽງໃຕ້ ກໍ່ຄືບາງແຂວງໃກ້ຄຽງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ​້ານ​ຊາງ ຄັ້ງ​ທີ 8

ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ​້ານ​ຊາງ ຄັ້ງ​ທີ 8

ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າໃນການຮ່ວມມືລະຫວ່າງ 6 ປະເທດ.

Top