• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາ​ເຈົ້າ​ໜ້າ​ທີ່​ແຖວ​ໜ້າ EU ຢ້ຽມ​ຢາມ ຢູ​ແກຼນ

ວັນທີ 01 ທັນວາ, ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ (EU) ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ, ທ່ານນາງ Kaja Kallas ແລະ ທ່ານປະທານສະພາເອີຣົບ, Antonio Costa ໄດ້ເດີນທາງໄປ Kiev, ຢູແກຼນ ໃນມື້ທຳອິດທີ່ຮັບດຳລົງຕຳແໜ່ງ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Costa ເນັ້ນໜັກວ່າ ການຢ້ຽມຢາມແມ່ນເພື່ອແນໃສ່ສະແດງສານຮຽງບ່າຮຽງໄຫຼ່ ແລະ ສະໜັບສະໜູນ ຢູແກຼນ.
ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງຂອງສະຫະພາບເອີຣົບ (ພາບ: TTXVN)

ຕາມສະຖາບັນ Kiel ແລ້ວ, ເອີຣົບ ໄດ້ຈ່າຍປະມານ 125 ຕື້ USD ເພື່ອໜູນຊ່ວຍ ຢູແກຼນ, ໃນຂະນະທີ່ສະເພາະ ອາເມລິກາ ໄດ້ເບີກຈ່າຍກວ່າ 90 ຕື້ USD ນັບແຕ່ເມື່ອ ລັດເຊຍ - ຢູແກຼນ ເກີດການປະທະກັນ ໃນເດືອນ ກຸມພາ 2022. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ຜູ້ຫາກໍ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ໄດ້ສະແດງຄວາມວິຕົກກັງວົນເປັນຫຼາຍຄັ້ງກ່ຽວກັບບ້ວງເງິນຊ່ວຍເຫຼືອອັນມະຫາສານຂອງ ອາເມລິກາ ທີ່ສະຫງວນໃຫ້ແກ່ ຢູແກຼນ ໃນປັດຈຸບັນ ແລະ ຮຽກຮ້ອງບັນດາປະເທດ EU ຕ້ອງປະຕິບັດຫຼາຍກວ່າອີກ.

ກ່ອນໜ້ານັ້ນ, ທ່ານນາງ Kallas ຖະແຫຼງວ່າ ຈະພະຍາຍາມເກ້ຍກອມ ທ່ານ Trump ວ່າ ເລື່ອງສະໜັບສະໜູນ Kiev ແມ່ນເພື່ອຜົນປະໂຫຍດຂອງ ວໍຊິງຕັນ. ທ່ານເນັ້ນໜັກວ່າ EU ຈະສືບຕໍ່ຊອກຫາວິທີນຳ ຢູແກຼນ ເຂົ້າທີ່ຕັ້ງ “ເຂັ້ມແຂງທີ່ສຸດ”, ເມື່ອ ຢູແກຼນ ຕັດສິນໃຈວ່າ ໄດ້ຮອດຈຸດເວລາແລ້ວທີ່ຕ້ອງເຈລະຈາກັບ ລັດເຊຍ, ແຕ່ກໍຍອມຮັບວ່າ ກຸ່ມນີ້ພວມນັບມື້ນັບປະສົບກັບຄວາມຫຍຸ້ງຍາກໃນການເປັນເອກະພາບກ່ຽວກັບບັນດາແບບວິທີການໃໝ່ເພື່ອເພີ່ມທະວີການໜູນຊ່ວຍ ຢູແກຼນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ​ເຈິ່ນ​ເກິ້ມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ ລາວ

ທ່ານ ຄຳພັນ ບຸນພາຄົມ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ​ລາວ ຢັ້ງ​ຢືນ​ຈະ​ໝູນ​ໃຊ້, ເສີມ​ຂະ​ຫຍາຍ​ບັນ​ດາ​ຄວາມ​ຮູ້, ບົ​ດ​ຮຽນ​ທີ່​ຖອດ​ຖອນ​ໄດ້​ຈາກ​ໂຄງ​ການ​ເຂົ້າໃນ​ວຽກ​ງານ​ຕົນ​ຈິງ, ປະ​ກອບ​ສ່ວນ​ຢ່າງແທດ​ຈິງ​ເຂົ້າ​ການ​ສືບ​ຕໍ່​ຮັກ​ສາ ແລະ ເພີ່ມ​ພູນ​ຄູນ​ສ້າງ​ການ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ລາວ ແລະ ຫວຽດ​ນາມ.

Top