• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຂອງ​ສະ​ມາ​ຄົມ​ແມ່​ຍິງ​ຫວຽດ​ນາມ ຢູ່​ມາ​ເລ​ເຊຍ ແລະ ລາວ

ແມ່ຍິງໃນ 8 ທິມມາຈາກບັນດາສະໂມສອນໄທບ້ານດຽວກັນຢູ່ຮ່າໂນ້ຍ, ແງະອານ, ແທງຮວາ, ກວາງນາງ, ດ່ານັ້ງ, ປາກເຊ…ໄດ້ເຂົົ້າຮ່ວມງານແຂ່ງຂັນຈັດດອກໄມ້ສິລະປະ, ແຂ່ງຂັນແຕ່ງເຍື່ອງອາຫານຕ່າງໆ ທີ່ເປັນເອກະລັກສະເພາະຂອງບັນດາເຂດພາກ.
(ພາບ: VOV Lao)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ (8/3/1910-8/3/2021), ສະມາຄົມແມ່ຍິງຫວຽດນາມ ຢູ່ມາເລເຊຍ ໄດ້ຈັດລາຍການຂາຍປະມູນ ສ້າງກອງທຶນການກຸສົນ “ນ້ຳໃຈຄົນຫວຽດນາມ” ເພື່ອແນໃສ່ຊ່ວຍເຫຼືອບັນດາຊາວຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ. ການຂາຍປະມູນລາຄາໄດ້ຈັດຕັ້ງທາງອອນລາຍໃນວັນທີ 7 ມີນນາ, ຊື່ງຜະລິດຕະພັນເອົາມາຂາຍປະມູນແມ່ນອາຫານພິເສດຂອງຫວຽດນາມ ໂດຍແມ່ຍິງຫວຽດນາມ ອາໄສຢູ່ມາເລເຊຍ ເຮັດ. ໃນຮອບເວລາ 1 ຊົ່ວໂມງ, ຄະນະຈັດຕັ້ງກໍ່ໄດ້ຮັບຈຳນວນເງິນປະມານ 42 ລ້ານດົ່ງ ແລະ ຈຳນວນເງິນທັງໝົດຈະຖືກສົ່ງເຂົ້າໃນກອງທຶນການກຸສົນ “ນ້ຳໃຈຄົນຫວຽດນາມ” ຂອງສະມາຄົມແມ່ຍິງຫວຽດນາມ ຢູ່ມາເລເຊຍ.

ແລະ ກໍ່ໃນວັນທີ 7 ມີນາ,  ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດລາຍການອວຍພອນ ແລະ ງານແຂ່ງຂັນ “ຮ່ວມໃຈເຮັດວຽກບ້ານການເຮືອນ” ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ທີ 8 ມີນາ ແລະ 1981 ປີແຫ່ງວັນລຸກຮຶ້ນຂຶ້ນສອງພະນາງຈຶງ. ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳລາວ, ສະມາຄົມໃຫ່ຍຊາວຫວຽດນາມ ອາໄສຢູ່ລາວ, ຜູ້ຕາງໜ້າສະມາຄົມແມ່ຍິງລາວ ນະຄອນຫຼວງວຽງຈັນ ແລະ ແມ່ຍິງຫວຽດນາມ ອາໄສຢູ່ວຽງຈັນ ເປັນຈຳນວນຫຼາຍໄດ້ເຂົ້າຮ່ວມເຫດການດັ່ງກ່າວ.

ແມ່ຍິງໃນ 8 ທິມມາຈາກບັນດາສະໂມສອນຜູ້ມີບ້ານເກີດຢູ່ຮ່າໂນ້ຍ, ແງະອານ, ແທງຮວາ, ກວາງນາງ, ດ່ານັ້ງ, ປາກເຊ…ໄດ້ເຂົົ້າຮ່ວມງານແຂ່ງຂັນຈັດດອກໄມ້ສິລະປະ, ແຂ່ງຂັນແຕ່ງເຍື່ອງອາຫານຕ່າງໆ ທີ່ເປັນເອກະລັກສະເພາະຂອງບັນດາເຂດພາກ. ນອກຈາກນັ້ນແລ້ວ, ເອື້ອຍນ້ອງແມ່ຍິງທີ່ເປັນຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ຍັງເຂົ້າຮ່ວມບັນດາການເຄື່ອນໄຫວສະແດງສິລະປະອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top