• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນ​ດາການນຳອີ​ຢູ ຮັບ​ຮູ້​ການ​ປະ​ກອບ​ສ່ວນ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ Angela Merkel

ທ່ານນາງ Angela Merkel ແມ່ນຜູ້ມີຜົນສະທ້ອນຢ່າງເລິກເຊິ່ງຕໍ່ປະເທດເຢຍລະມັນ ກໍ່ຄືທັງສະຫະພາບເອີລົບ.
 (ພາບ: AFP/TTXVN)

 ທີ່ກອງປະຊຸມສຸດຍອດສະຫະພາບເອີລົບ ຫຼືອີຢູ, ວັນທີ 22 ຕຸລາ, ບັນດາການນຳອີຢູ ໄດ້ສະຫງວນຄຳຍ້ອງຍໍທີ່ດີງາມທີ່ສຸດ ໃຫ້ແກ່ທ່ານນາງ Angela Merkel ນາຍົກລັດຖະມົນຕີເຢຍລະມັນ. ທ່ານນາຍົກລັດຖະມົນຕີແບນຊິກ Alexandre De Croo ຖືວ່າ ທ່ານນາງນາຍົກລັດຖະມົນຕີເຢຍລະມັນ Angela Merkel ໄດ້ສ້າງຂີດໝາຍຢູ່ເອີລົບ, ຊ່ວຍທັງໝົດ 27 ປະເທດຍົກອອກຄຳຕັດສິນທີ່ຖືກຕ້ອງ ໃນຈຸດເວລາທີ່ຫຍຸ້ງຍາກ. ສ່ວນທ່ານນາຍົກລັດຖະມົນຕີ Luxembourg Xavier Bettel ໄດ້ຍ້ອງຍໍສັນລະເສີນທ່ານນາງ Angela Merkel ຍ້ອນບັນດາຄວາມມານະພະຍາຍາມຕິດພັນອີຢູ ຜ່ານບັນດາການເຈລະຈາພາຍໃນກຸ່ມ.

ພາຍຫຼັງດຳລົງຕຳແໜ່ງນາຍົກລັດຖະມົນຕີເຢຍລະມັນ ເປັນເວລາ 16 ປີ, ທ່ານນາງ Angela Merkel ແມ່ນຜູ້ມີຜົນສະທ້ອນຢ່າງເລິກເຊິ່ງຕໍ່ປະເທດເຢຍລະມັນ ກໍ່ຄືທັງສະຫະພາບເອີລົບ.

(ແຫຼ່ງຄັດຈາກ VOV)

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ສາຍ​ພົວ​ພັນ ລາວ - ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຢ່າງ​ຮອບ​ດ້ານ ແລະ ຜູກ​ມັດ​ຍຸດ​ທະ​ສາດ

ກ່ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງສູນກາງພັກປະຊາຊົນປະຕິວັດລາວ ໄດ້ລົງບົດຂຽນໃນສື່ສິ່ງພິມເອເລັກໂຕນິກ, ດ້ວຍຫົວຂໍ້ “ການຮ່ວມມື ລາວ - ຫວຽດນາມ ບັນລຸໄດ້ຜົນສຳເລັດອັນສຳຄັນຫຼາຍດ້ານ”.

Top