• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ບັນຫາ Brexit: ສະພາຕໍ່າອັງກິດ ປະຕິເສດຂໍ້ຕົກລົງ Brexit ເປັນຄັ້ງທີ 3

ສະພາຕໍ່າອັງກິດ ໄດ້ປະຕິເສດຂໍ້ຕົກລົງຖອນຕົວອອກຈາກອີຢູ (Brexit) ເຊິ່ງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ເຫັນດີກັບການນໍາ ອີຢູ ເມື່ອທ້າຍປີ 2018 ເປັນຄັ້ງທີ 3.

ວັນທີ 29 ມີນາ, ດ້ວຍຈໍານວນບັດສະໜັບສະໜູນ 286 ບັດ ແລະ ບັດຄັດຄ້ານ 344 ບັດ, ສະພາຕໍ່າອັງກິດ ໄດ້ປະຕິເສດຂໍ້ຕົກລົງຖອນຕົວອອກຈາກອີຢູ (Brexit) ເຊິ່ງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ເຫັນດີກັບການນໍາ ອີຢູ ເມື່ອທ້າຍປີ 2018 ເປັນຄັ້ງທີ 3. ການກະທໍາດັ່ງກ່າວຂອງ ສະພາຕໍ່າອັງກິດ ເປັນການເປີດຊ່ອງທາງໃຫ້ແກ່ການໂຈະການ Brexit ຫຼື ອາດຈະພາໄປເຖິງກໍລະນີ ອັງກິດ ຖອນຕົວອອກຈາກ ອີຢູ ໂດຍບໍ່ມີຂໍ້ຕົກລົງ.


ທ່ານນາງນາຍົກລັດຖະມົນຕີອັງກິດTheresa May ກ່າວຄໍາເຫັນທີ່ສະພາຕໍ່າໃນວັນທີ 29 ມີນາ (ພາບ: TTXVN)

ແລະກໍໃນວັນດຽວກັນ, ຫ້ອງວ່າການນາຍົກລັດຖະມົນຕີອັງກິດ ໄດ້ອອກແຈ້ງການ ໂດຍໃຫ້ຮູ້ວ່າ ທ່ານນາງນາຍົກລັດຖະມົນຕີອັງກິດ  Theresa May ຈະສືບຕໍ່ເຈລະຈາກັບພັກສະຫະພັນປະຊາທິປະໄຕ (DUP) ກ່ຽວກັບບັນດາການຮັບປະກັນໃຫ້ແກ່ແຜນການທີ່ມີລັກສະນະ “ຂັດຂວາງ” ອຽກລັງ. ໃນຂະນະນັ້ນ, ພາຍຫຼັງທີ່ປະກາດໝາກຜົນຂອງການປ່ອນບັດ, ຢູ່ນອກສໍານັກງານສະພາແຫ່ງຊາດໄດ້ເກີີດມີການແຫ່ຂະບວນປະທ້ວງ ໃນທັນທີ ເພື່ອຄັດຄ້ານເລື່ອງອັງກິດໂຈະການຖອນຕົວອອກຈາກ ອີຢູ. ຄາດວ່າ, ວັນທີ 1 ເມສາ ຈະມາເຖິງ, ບັນດາສະມາຊິກລັດຖະສະພາຈະດໍາເນີນການປ່ອນບັດຄັດເລືອກໃຫ້ແກ່ ບັນຫາ Brexit ຈໍານວນໜຶ່ງຕື່ມອີກ ເພື່ອເບິ່ງວ່າ ສາມາດຊອກໄດ້ມາດຕະການປ່ຽນແທນໃດບໍ?.

        ຄະນະກໍາມະການເອີຣົບ ໄດ້ກໍານົດວັນເວລາສຸດທ້າຍແມ່ນ ວັນທີ 12 ເມສາ ເພື່ອໃຫ້ ລອນດອນ ແຈ້ງໃຫ້ຊາບກ່ຽວກັບບັນດາບາດກ້າວເດີນຕໍ່ໄປ ພາຍຫຼັງສະພາຕໍ່າອັງກິດ ປະຕິເສດຂໍ້ຕົກລົງ Brexit ຄັ້ງທີີ 3..

(ແຫຼ່ງຄັດຈາກ VOV)


ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top